ຄວາມພະຍາຍາມປົກປ້ອງເງິນໂດລາສະຫະລັດອາດເຮັດໃຫ້ເກີດຜົນເສຍທີ່ກືນບໍ່ເຂົ້າຄາຍບໍ່ອອກ

ຄວາມພະຍາຍາມໃນການສ້າງລະບຽບການເງິນ ແລະ ການຄ້າໃຫມ່ຕາມແບບຂອງຂໍ້ຕົກລົງ ພລາຊາ (Plaza Accord) ຫລື ຂໍ້ຕົກລົງລະຫວ່າງລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງປະເທດຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ອັງກິດ ແລະ ອາເມຣິກາໃນເດືອນກັນຍາປີ 1985, ເຊິ່ງປະເທດທີ່ພັດທະນາແລ້ວໄດ້ຮ່ວມກັນເພື່ອປ່ຽນແປງການເພີ່ມມູນຄ່າຂອງໂດລາສະຫະ ລັດ ແລະ ກໍາລັງເກີດມີການເຄື່ອນໄຫວດ້ວຍຄໍາສັບທີ່ເອີ້ນວ່າ “Plaza Accord 2.0”
ຄວາມສໍາຄັນ ແລະ ຜົນປະໂຫຍດຂອງສະກຸນເງິນໂລກແມ່ນກ່ຽວພັນກັນຢ່າງສັບຊ້ອນ ແລະ ຄວາມບໍ່ພໍໃຈຂອງອາເມຣິກາກໍາລັງມຸ່ງເປົ້າໃສ່ໂລກ, ຊຶ່ງເປັນສັນຍະລັກຂອງຮູບແບບ “ອາເມຣິກາ ແລະ ໂລກ”, ພວກເຮົາຈະເຫັນໂລກທີ່ປາສະຈາກການບໍ່ມີສະກຸນເງິນຂອງໂລກໃນອະນາຄົດ ຫລື ບໍ່?
ເມື່ອບໍ່ດົນມານີ້, ຫົວຫນ້າສະຖາບັນການເງິນທີ່ສໍາຄັນຫຼາຍກວ່າ 10 ແຫ່ງ ໄດ້ປາກົດຕົວຢູ່ຕຶກຫ້ອງ ການບໍລິຫານຂອງ Eisenhower ເພື່ອລໍຖ້າບຸກຄົນສໍາຄັນເຂົ້າໄປຢ້ຽມຢາມຂອງ ທ່ານ ສະຕີບເຟນ ມິຣານ, ປະທານສະພາທີ່ປຶກສາທາງເສດຖະກິດ (CEA).
ການແຊກແຊງຮ່ວມກັນຂອງຫຼາຍປະເທດເພື່ອຊີ້ນໍາອັດຕາແລກປ່ຽນຂອງເງິນໂດລາສະຫະລັດ, ເຢນ, ເອີໂຣ, ຢວນ ແລະ ສະກຸນເງິນຕາອື່ນໆ ເພື່ອຄວບຄຸມການແຂງຄ່າຂອງເງິນໂດລາສະຫະລັດ. ແນວຄິດນີ້, ທີ່ຮູ້ຈັກກັນວ່າ: Plaza Accord 2.0 ໄດ້ຖືກສະເໜີເປັນເທື່ອທໍາອິດໂດຍ ທ່ານ ມິຣານ ໃນລະດູໃບໄມ້ຫຼົ່ນປີ 2024. ນີ້ເປັນກອງປະຊຸມລັບທີ່ບໍ່ມີໃຜຮູ້ວ່າມີການສົນທະນາກ່ຽວກັບບັນຫາຫຍັງ, ແຕ່ນັກວິເຄາະບາງຄົນເຊື່ອວ່າຈຸດປະສົງແມ່ນເພື່ອແລກປ່ຽນທັດສະນະກ່ຽວກັບຕະຫຼາດການເງິນຂອງອາເມຣິກາທີ່ປັ່ນປ່ວນຢ່າງຮ້າຍແຮງ ແລະ ບຸກຄົນໃນດ້ານການເງິນໄດ້ຍອມຮັບວ່າ “ໄດ້ກິ່ນລົມຫາຍໃຈທີ່ອັນຕະລາຍຈາກ Milan”. ເຫັນໄດ້ວ່າຜູ້ຊ່ຽວຊານດ້ານການເງິນມີຄວາມຮູ້ສຶກບໍ່ພໍໃຈກັບຜົນງານຜູ້ນໍາຄົນໃໝ່ຂອງ CEA. ຜູ້ເຂົ້າຮ່ວມສອງຄົນໄດ້ເປີດເຜີຍວ່າ: ຄໍາເວົ້າຂອງລາວກ່ຽວກັບພາສີ ແລະ ຕະຫຼາດແມ່ນ “ບໍ່ສອດຄ່ອງ” ແລະ “ບໍ່ມີຄວາມສາມາດ”. ຕະຫລາດກໍາລັງຢ້ານຄວາມບໍ່ແນ່ນອນທີ່ບໍ່ສາມາດບອກໄດ້ວ່າຈະມີຫຍັງເກີດຂຶ້ນຕໍ່ໄປ.
ອາເມຣິກາ ໄດ້ປ່ຽນຈາກການຄ້າເສລີໄປສູ່ລັດທິປົກປ້ອງໂດຍໃຊ້ພາສີເປັນອາວຸດ, ພ້ອມທັງໄດ້ກົດດັນພັນທະມິດ ຄື: ຍີ່ປຸ່ນ ແລະ ສະຫະພາບເອີຣົບ ໃຫ້ເພີ່ມທະວີການໃຊ້ຈ່າຍທາງດ້ານການທະ ຫານ, ຍິ່ງໄປກວ່ານັ້ນຍັງໄດ້ສະໜັບສະໜູນຢ່າງເປີດເຜີຍກ່ຽວກັບການຫຼຸດຄຸນຄ່າຂອງສະກຸນເງິນຕໍ່ສາທາລະນະ ຊຶ່ງຈະສົ່ງເສີມ PlazaAccord2.0.

(ເງິນໂດລາສະຫະລັດໄດ້ຫລຸດ ຈໍານວນ 4% ແຕ່ຕົ້ນເດືອນເມສາ, ນັບແຕ່ອາເມຣິກາປະກາດວ່າ “ວັນປົດປ່ອຍ”)
ກຸນແຈສໍາຄັນທີ່ຈະເຮັດໃຫ້ເຂົ້າໃຈທັງຫມົດນີ້ແມ່ນຢູ່ທີ່ “ສະພາບກືນບໍ່ເຂົ້າ ຄາຍບໍ່ອອກ” ທີ່ Milan ມັກໃຊ້. ນັ້ນຄື ສະກຸນເງິນຕາທົ່ວໂລກຍັງຖືກນໍາໃຊ້ຢ່າງກວ້າງຂວາງໃນຕ່າງປະເທດ ແລະ ຜົນ ຈາກຄວາມຕ້ອງການທີ່ເພີ່ມຂຶ້ນແມ່ນອັດຕາແລກປ່ຽນທີ່ສູງ. ຖ້າຫາກເງິນຕາພາຍໃນສູງຂຶ້ນ, ຄວາມສາ ມາດແຂ່ງຂັນໃນການສົ່ງອອກຈະຫລຸດລົງ ແລະ ການຄ້າມັກຈະຂາດດຸນ. ເນື່ອງຈາກປະເທດທີ່ມີເງິນ ຕາທົ່ວໂລກຂາດດຸນ, ເຂົາເຈົ້າຈຶ່ງຕົກຢູ່ໃນວົງຈອນທີ່ໂລກຍິ່ງຈະເລີນຮຸ່ງເຮືອງຫຼາຍເທົ່າໃດ ຄວາມຕ້ອງ ການເງິນຕາທົ່ວໂລກກໍຍິ່ງສູງຂຶ້ນເທົ່ານັ້ນ ແລະ ອັດຕາແລກປ່ຽນຈະເພີ່ມຂຶ້ນຕື່ມອີກ.
ນີ້ຫມາຍຄວາມວ່າ: ມັນເປັນໄປບໍ່ໄດ້ທີ່ປະເທດສະກຸນເງິນກາງຈະສ້າງຄວາມສົມດຸນລະ ຫວ່າງສະຖຽນລະພາບຂອງປະຊາຄົມສາກົນກັບການເຕີບໂຕທີ່ໝັ້ນຄົງຂອງເສດຖະກິດຂອງຕົນເອງ. ເຫດ ຜົນສັບສົນທີ່ ທ່ານ ໂຣເບີດ ທຣີຟິນ ນັກເສດຖະກິດຊາວແບນຊິກ ໄດ້ສະເໜີໃນປີ 1960 ກໍສາ ມາດນໍາໃຊ້ໄດ້ກັບອາເມຣິກາໃນປັດຈຸບັນນີ້ເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ນີ້ບໍ່ໄດ້ເປັນບັນຫາທີ່ສາ ມາດແກ້ໄຂໄດ້ໂດຍຜ່ານການປ່ຽນແປງນະໂຍບາຍ ຫຼື ການສ້າງສະຖາບັນໃຫມ່ ແຕ່ເປັນການຂັດແຍ້ງທາງໂຄງສ້າງ.
ເພື່ອຮັກສາບົດບາດສໍາຄັນຂອງເງິນໂດລາສະຫະລັດໃນຖານະເປັນສູນກາງການຊໍາລະ, ການລົງ ທຶນ ແລະ ເງິນສໍາຮອງ, ອາເມຣິກາຕ້ອງຈັດຫາເງິນຈໍານວນຫຼວງຫຼາຍໃນຕ່າງປະເທດຕໍ່ໄປ. ແທ້ຈິງແລ້ວ, ອາເມຣິກາໄດ້ບັນລຸສິ່ງນີ້ໂດຍການຂາດດຸນບັນຊີໃນປັດຈຸບັນເປັນເວລາຍາວນານ ແລະ ການຂາດດຸນດ້ານການເງິນສອງເທົ່າ. ໃນໄລຍະ 40 ປີກ່ອນ, ອາເມຣິກາ ທີ່ປະສົບບັນຫາກັບການຂາດດຸນການຄ້າສອງເທົ່າ ໄດ້ລົງນາມໃນຂໍ້ຕົກລົງ Plaza Accord ກັບຍີ່ປຸ່ນ ແລະ ເອີຣົບ. ປັດຈຸບັດນີ້, ວົງລໍ້ຂອງປະຫວັດສາດເບິ່ງຄືວ່າກໍາລັງຈະແລ່ນໄປໃນເສັ້ນທາງດຽວກັນ. ຄວາມແຕກຕ່າງແມ່ນຢູ່ທີ່ຂະ ຫນາດ. ໃນປີ 1985, ການຂາດດຸນການຄ້າຂອງອາເມຣິກາແມ່ນ 120 ຕື້ໂດລາສະຫະລັດ, ແລະ ໃນປີ 2024 ໄດ້ບັນລຸເຖິງ 1,2 ຕື້ໂດລາສະຫະລັດ, ໃນຂະນະທີ່ການຂາດດຸນທາງດ້ານການເງິນເພີ່ມຂຶ້ນຈາກ 210 ຕື້ໂດລາສະຫະລັດມາເປັນ 1,8 ຕື້ໂດລາສະຫະລັດ. ພ້ອມນີ້, ໂລກາພິວັດໄດ້ເຮັດໃຫ້ຂະໜາດຂອງການຂາດດຸນຄູ່ໜ້າເປັນຫ່ວງຫຼາຍຂຶ້ນ.
ສະກຸນເງິນຕາທົ່ວໂລກ ແລະ ການປ້ອງກັນປະເທດແຍກອອກຈາກກັນບໍ່ໄດ້. ໃນປີ 1944 ທ່ານ ກີເນັສ, ນັກເສດຖະສາດຊາວອັງກິດ ໄດ້ສະໜີສະກຸນເງິນທີ່ເອີ້ນວ່າ “Bancor” ແຕ່ຖືກອາເມຣິກາຕໍ່ຕ້ານ ແລະ ໃນທີ່ສຸດເງິນໂດລາສະຫະລັດໄດ້ຮັບສະຖານະກາຍເປັນສະກຸນເງິນຕາທົ່ວໂລກ. ດັ່ງທີ່ Milan ໄດ້ກ່າວວ່າ “ນັກເສດຖະກິດບໍ່ເຄີຍຄິດກ່ຽວກັບການປ້ອງກັນ” ການແຂງຄ່າຂອງເງິນໂດລາເນື່ອງຈາກການບໍ່ຂະຫຍາຍຕົວຂອງເງິນທຶນໄດ້ເຮັດໃຫ້ການແຂ່ງຂັນການສົ່ງ ແລະ ອຸດສະຫະກໍາການຜະລິດຂອງອາເມຣິກາອ່ອນແອ. ຜົນກະທົບກໍຄືອຸດສະຫະກໍາຕ່າງໆ ເຊັ່ນ: ເຫຼັກ, ລົດຍົນ ແລະການສ້າງກໍາປັ່ນໄດ້ຕົກຢູ່ໃນຄວາມເສື່ອມໂຊມທີ່ບໍ່ສາມາດປ່ຽນແປງໄດ້.
ເປັນໃນສິ່ງທີ່ຕ່າງໄປ, ການກະທໍາທີ່ມີຈຸດປະສົງເພື່ອປົກປ້ອງເງິນໂດລາສະຫະລັດຈະກາຍເປັນການ ທໍາລາຍເງິນໂດລາສະຫະລັດເອງ. ສະຖານະການເປັນໄປໄດ້ຫຼາຍທີ່ສຸດສໍາລັບອາເມຣິກາທີ່ຈະສູນເສຍເງິນໂດລາເມື່ອສົງຄາມພາສີ ແລະ ການເພີ່ມທະວີຂອງໜີ້ສິນຈະນໍາໄປສູ່ການສູນເສຍຄວາມໜ້າເຊື່ອຖືຂອງຕົນ. ໃນຖະໜົນການເງິນຢູ່ນະຄອນຫຼວງລອນດອນ, ສະຖານທີ່ທີ່ເງິນທຶນທົ່ວໂລກມາເຕົ້າ ໂຮມກັນ. ຫົວຂໍ້ທີ່ເວົ້າເຖີງທີ່ສຸດແມ່ນ “ການແຍກອອກຈາກເງິນໂດລາສະຫະລັດ”. “ກອງທຶນຄວາມໝັ້ນຄົງຂອງອາເມຣິກາໃນເຂດຕາເວັນອອກກາງຮູ້ສຶກເຖິງຄວາມສ່ຽງຂອງການຫຼຸດຄຸນຄ່າຂອງເງິນໂດລາສະຫະລັດ ແລະ ກໍາລັງຂໍຮ້ອງໃຫ້ປັບປຸງການຖືຄອງຂອງເຂົາເຈົ້າ”, Moody’s Ratings ໄດ້ປັບຫຼຸດຄວາມໜ້າເຊື່ອຖືຂອງອາເມຣິກາໃນວັນທີ16 ພຶດສະພານີ້ ຊຶ່ງນີ້ຖືເປັນເທື່ອທໍາອິດໃນຮອບສະຕະ ວັດທີ່ມະຫາອໍານາດແຫ່ງທໍາອິດຂອງໂລກໄດ້ສູນເສຍຄວາມໜ້າເຊື່ອຖືທີ່ສູງສຸດຂອງສາມສະຖາບັນໃຫຍ່ໃນເວລາດຽວກັນ.
ຈາກທັດສະນະລະດັບຈຸນລະພາກ, ຄວາມໄດ້ປຽບຈາກການປຽບທຽບເປັນເຫດຜົນຫຼັກທີ່ກໍານົດການແບ່ງປັນວຽກງານທົ່ວໂລກບໍ່ແມ່ນອັດຕາແລກປ່ຽນ, ການເຕີບໂຕ ແລະ ການຕົກລົງຂອງອຸດສາຫະກໍາການຜະລິດແມ່ນຂຶ້ນຢູ່ກັບປະສິດທິພາບຂອງເງິນທຶນ, ແຮງງານ, ເຕັກໂນໂລຊີ ແລະ ສະ ພາບແວດລ້ອມຂອງສະຖາບັນ. ຍົກຕົວຢ່າງ ປະເທດເຢຍລະມັນ. ໃນຂະນະທີ່ຮັກສາຄ່າເງິນເອີໂຣທີ່ເຂັ້ມແຂງ, ການສົ່ງອອກຜະລິດຕະພັນຍັງເປັນຜູ້ນໍາໃນໂລກເປັນເວລາດົນນານ. ເຫດຜົນສໍາຄັນແມ່ນຂຶ້ນກັບການສະສົມເຕັກໂນໂລຊີ, ການປະສານງານຂອງຕ່ອງໂສ້ອຸດສະຫະກໍາ ແລະ ການສະໜັບສະໜູນທາງດ້ານນະໂຍບາຍ. ຖ້າຫາກອາເມຣິກາເພິ່ງພາອາໄສເງິນໂດລາສະຫະລັດທີ່ອ່ອນຄ່າເພື່ອພັດທະ ນາຄວາມແຂ່ງຂັນຂອງການສົ່ງອອກ ຈະກາຍເປັນການພັດທະນາໃນໄລຍະສັ້ນໆ ເທົ່ານັ້ນ. ພ້ອມນີ້, ຂໍ້ອ້າງທີ່ຮຸນແຮງຝ່າຍດຽວທາງສົງຄາມການຄ້າທີ່ເພີ່ມທະວີຂຶ້ນ ແລະ ການລົງໂທດທາງດ້ານການເງິນທົ່ວໄປ ຈະເຮັດໃຫ້ຫຼາຍປະເທດສໍານຶກວ່າລະບຽບການເງິນ ແລະ ຄວາມປອດໄພທົ່ວໂລກທີ່ອາເມຣິກາຈັດໃຫ້ບໍ່ແມ່ນປັດໄຈທີ່ເຮັດໃຫ້ເກີດຄວາມສະຖຽນ, ແຕ່ເປັນປັດໄຈທີ່ກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງ.
ໃນຖານະເປັນສະກຸນເງິນສໍາຮອງ ແລະ ເຄື່ອງມືໃນການຊໍາລະທີ່ນໍາໃຊ້ຢ່າງກວ້າງຂວາງທົ່ວໂລກ, ເງິນໂດລາສະຫະລັດມີຫນ້າທີ່ຮັບຜິດຊອບໃນການເຮັດໃຫ້ເກີດສະພາບຄ່ອງ, ມູນຄ່າທີ່ໝັ້ນຄົງ ແລະ ເປັນສິນເຊື່ອທີ່ເປັນຈຸດຢືນໃຫ້ລະບົບເສດຖະກິດທົ່ວໂລກ. ເມື່ອອາເມຣິກາບໍ່ມີຄຸນສົມບັດເຫຼົ່ານີ້ອີກຕໍ່ໄປ, ບົດບາດຂອງເງິນໂດລາສະຫະລັດໃນຖານະທີ່ເປັນເງິນສະກຸນເງິນສໍາຮອງຂອງໂລກຈະຜະ ເຊີນກັບການປະເມີນຄືນໃຫມ່ ເພື່ອແກ້ໄຂ “ສະພາບກືນບໍ່ເຂົ້າຄາຍບໍ່ອອກ” ຄັ້ງໃໝ່. ອາເມຣິກາ ແລະເງິນໂດລາສະຫະລັດ ໄດ້ເລີ່ມຕົ້ນເດີນທາງໄປໃນເສັ້ນທາງທີ່ອາດນໍາໄປສູ່ການທໍາລາຍຕົນເອງ. ເຖິງແມ່ນວ່າ “PlazaAccord2.0” ຍັງເປັນພຽງຄໍາເວົ້າເທົ່ານັ້ນ, ແຕ່ໂລກບໍ່ສາມາດຢູ່ຫ່າງຈາກການພະ ນັນອັນຕະລາຍທີ່ຈະທໍາຮ້າຍຕົນເອງໄດ້ຢ່າງງ່າຍດາຍ

