ໃນຕອນເຊົ້າຂອງວັນທີ2 ມິຖຸນາ2025, ທີ່ສະໜາມບິນສາກົນປາກເຊ, ນະຄອນປາກເຊ, ແຂວງຈໍາປາສັກ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຄັ້ງທີ 4ປະຈໍາສົກປີ2024-2025 ຢູ່ເຂດເມືອງດາກຈື້ງ, ແຂວງເຊກອງ.ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບຄັ້ງນີ້,ຕາງໜ້າໃຫ້ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານເອກະພາບ ພັນທະວົງ,ຫົວໜ້າກົມເອີຣົບ-ອາເມຣິກາ, ກະຊວງການຕ່າງປະເທດ,ຄະນະຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ,ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານສະຫະລັດ ອາເມຣິກາ ແມ່ນ ທ່ານນາງມິດແຊວ ເອົ້າລໍ (Michelle Outlaw), ຮອງທູດ, ອຸປະທູດຊົ່ວຄາວ,ສະຖານທູດສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ,ເປັນຜູ້ກ່າວຮັບ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານສະຫະລັດ ອາເມຣິກາ ກໍຄືຄອບຄົວ ແລະ ຍາດພີ່ນ້ອງຂອງທະຫານອາເມຣິກາຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຕະຫຼອດໄລຍະ40ປີ ແຫ່ງການຮ່ວມມືລະຫວ່າງ ຄະນະວິຊາການຝ່າຍລາວ ແລະຄະນະວິຊາການຝ່າຍອາເມຣິກາ ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແຕ່ເໜືອເຖິງໃຕ້ ໃນຂອບເຂດທົ່ວປະເທດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເຈົ້າໜ້າທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກໍຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານວຽກງານດັ່ງກ່າວ ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈຕະຫຼອດມາ ແລະ ເປັນອີກປັດໃຈສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.
ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໃນໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫຼືອຂອງທະ ຫານອາເມຣິກາທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 290 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 576 ຄົນ ຫຼື ຫຼາຍກວ່າ 50%,ເຊິ່ງຍັງອີກ286ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.







