ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວສົ່ງອອກຫມາກມ່ວງສົດໄປຈີນຂະບວນທໍາອິດ

Jun 3, 2025

ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກ ສປປ ລາວ ໄປ ສປ ຈີນ ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ນາງ ຫລີສີ ເຈິນ ທີ່ປຶກສາທູດ ເສດຖະກິດການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ .
ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂດ້ານສຸຂະອະນາໄມພືດ ເພື່ອກະກຽມສົ່ງອອກໝາກມ່ວງໄປຈີນ ທ່ານເວົ້າວ່າ, ປັດຈຸບັນພວມຊຸກຍູ້ການຜະລິດ ແລະ ປຸງແຕ່ງສິນຄ້າທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າທັງເພື່ອຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ ແລະ ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າເພື່ອສົ່ງອອກ. ຈາກຕົວເລກການຜະລິດເປັນສິນຄ້າປີ 2024 ປະຕິບັດໄດ້ 11,092,150 ໂຕນ ເພີ້ມຂຶ້ນ 14 % ໃນນັ້ນພືດສິນຄ້າແມ່ນສາລີແຂງ, ອ້ອຍ, ມັນຕົ້ນ, ກ້ວຍ, ໝາກໂມ ແລະ ກາເຟ. ປັດຈຸບັນໄດ້ສໍາເລັດການລົງນາມໃນຂໍ້ກໍານົດເງື່ອນໄຂດ້ານສຸຂະອະນາໄມພືດສອງຝ່າຍ ລາວ-ຈີນ ຮ່ວມກັນມີທັງໝົດ 35 ລາຍການ.
ທ່ານ ຈາງ ຈືຢົງ ຕາງໜ້າບໍລິສັດ ເຮີນານຊ່າງຈິວ ເຕັກນິກກະສິກໍາ ຈໍາກັດກໍ່ໄດ້ກ່າວລາຍງານກ່ຽວກັບສະພາບການຜະລິດໝາກມ່ວງຂອງ ສປປ ລາວວ່າ : ພາຍຫລັງລັດຖະບານສອງປະເທດ ( ລາວ-ຈີນ ) ໄດ້ລົງນາມການສົ່ງອອກໝາກມ່ວງສົດຈາກ ສປປ ລາວ ໄປ ສປ ຈີນ ໃນປີ 2023 ໄດ້ເປັນໂອກາດ ແລະ ເປີດຊ່ອງທາງໃນການສ້າງມູນຄ່າການຄ້າຂອງທັງສອງປະເທດ. ມາຮອດປັດຈຸບັນຜົນຜະລິດໝາກມ່ວງ ຢູ່ ສປປ ລາວ ມີການຂະຫຍາຍຕົວພໍສົມຄວນເຊິ່ງສະແດງອອກໃນປີ 2023 ທົ່ວປະເທດມີເນື້ອທີ່ປູກໝາກມ່ວງທັງໝົດ 2,248 ເຮັກຕາ. ສໍາລັບການສົ່ງອອກໝາກມ່ວງໃນຄັ້ງນີ້ມີທັງໝົດ 90 ໂຕນ ( ລົດ 3 ຄັນ ) ຄາດວ່າປີນີ້ຈະສົ່ງອອກໝາກມ່ວງສົດທັງໝົດປະມານ 1,500 ໂຕນ.