ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມະເລເຊຍ

Jun 3, 2025

ໃນລະຫວ່າງວັນທີ 25-27 ພຶດສະພາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 31 ທ່ານຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ຂົນສົ່ງ, ການລົງທຶນ, ອຸດສາຫະກໍາ, ທະນາຄານ, ກະສິກຳ, ອາຫານ ແລະ ການທ່ອງທ່ຽວ ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນໂອກາດດັ່ງກ່າວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກໍາ ມາເລເຊຍ ເຊິ່ງໄດ້ຮັບການສະໜັບສະໜູນຈັດງານໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ບໍລິສັດ Mega Frist ໄດ້ຮ່ວມກັນຈັດກອງປະຊຸມພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ ໃນຮູບແບບງານລ້ຽງ ໃນວັນທີ 27 ພຶດສະພາ 2025, ທີ່ ໂຮງແຮມ JW Marriott, ກົວລາລໍາເປີ, ປະເທດມາເລເຊຍ
ໃຫ້ກຽດກ່າວເປີດກອງປະຊຸມດັ່ງກ່າວໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດກ່າວມີຄຳເຫັນຕໍ່ກອງປະຊຸມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຝ່າຍມາເລເຊຍກ່າວຕ້ອນຮັບໂດຍ ທ່ານ Mac Ngan Boon, ປະທານ ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກຳ ມາເລເຊຍ, ນອກນີ້ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດຂອງລາວ ແລະ ມາເລເຊຍ ກໍຄືບັນດາທ່ານລັດຖະມົນຕີ ຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ, ທ່ານເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ, ພ້ອມທັງກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດຈາກ ລາວ ແລະ ມາເລເຊຍ ເຂົ້າຮ່ວມໃນງານ ປະມານ 180 ກວ່າທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນໂອກາດໃນການຮັດແໜ້ນສາຍພົວພັນດ້ານການຄ້າ, ດຶງດູດການລົງທຶນ ແລະ ການຄ້າຂາຍລະຫວ່າງສອງປະເທດ. ພ້ອມກັນນັ້ນ, ຍັງເປັນການເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ມີໂອກາດພົບປະແລກປ່ຽນກັນໃນຂະແໜງການຄ້າ, ພະລັງງານສະອາດ, ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ອາຫານຮາລານ, ການຂົນສົ່ງ, ກະສິກໍາ, ທ່ອງທ່ຽວດີຈິຕອນ ແລະ ອື່ນໆ.
ອີກທັງຍັງເປັນເວທີໃຫ້ແກ່ບັນດານັກລົງທຶນຈາກມາເລເຊຍ ທີ່ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍ ການລົງທຶນຢູ່ ສປປ ລາວ ອີກດ້ວຍ.