ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫົງສາ ສະເຫຼີມສະຫຼອງ 6 ວັນສຳຄັນຂອງຊາດ ແລະ ສາກົນ

Jun 3, 2025

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ(1 ມິຖຸນາ 1925-1 ມິຖຸນາ 2025), ວັນສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 36 ປີ(20 ພະຈິກ 1989-20 ພະຈິກ 2025), ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ(1 ມິຖຸນາ 1980- 1 ມີຖຸນາ 2025), ວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ(5 ມິຖຸນາ 1973-5 ມິຖຸນາ 2025), ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ(5 ມິຖູນາ 1999-5 ມິຖຸນາ 2025) ແລະ ວັນເປີດຂະບວນການ ຕ້ານພະຍາດໄຂ້ຍຸງລາຍ ປະຈຳປີ 2025 ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2025 ນີ້ ທີ່ເດີ່ນກິລາຮົ່ມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ, ມີທ່ານ ຍຸດທະນາ ຈຸນພັນທອງຜູ້ອຳນວຍການ ຝ່າຍສື່ສານອົງກອນ ບໍລິສັດໄຟຟ້າຫົງສາ ຈຳກັດ, ມີການນຳຂອງເມືອງ, ພະນັກງານຫຼັກແຫຼ່ງ, ຕາງໜ້າຈາກບໍລິສັດ, ນັກທຸລະກິດ ຜູ້ປະກອບການ, ນາຍບ້ານເທດສະບານ, ສະມາຄົມພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ໄດ້ຂື້ນປາໄສຕໍ່ພິທີວ່າ: ວັນເດັກສາກົນແມ່ນເຫດການພິເສດຫນຶ່ງທີ່ມີຄວາມໝາຍ ແນໃສ່ບັນລຸໃຫ້ໄດ້ຈຸດປະສົງ ທັງປົກປ້ອງ ແລະ ທັງສັນລະເສີນເດັກໃນທົ່ວໂລກ; ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ ບັນດາປະເທດຊາດໃນທົ່ວໂລກ ຈຶ່ງໄດ້ມີການສະເຫຼີມສະຫຼອງວັນເດັກສາກົນ ຕາມເງື່ອນໄຂຕົວຈິງຂອງປະເທດຕົນ. ປັດຈຸບັນທົ່ວໂລກມີ 3 ວັນເດັກ ທີ່ໄດ້ຮັບການປະກາດຄື: ວັນເດັກສາກົນ (ວັນທີ 1 ມິຖຸນາ), ວັນເດັກໂລກ ( ວັນທີ 20 ພະຈິກ) ແລະ ວັນເດັກແຫ່ງຊາດ (ວັນທີ 24 ທັນວາ) ແລະ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສົນທິສັນຍາວ່າດ້ວຍສິດທິເດັກ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນເປີດຂະບວນການຕ້ານພະຍາດໄຂ້ຍຸງລາຍ ປະຈໍາປີ 2025 ອີກຕື່ມ.
ໂອກາດນີ້, ໃນພິທີຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ແລະ ກິດຈະກໍາຫຼີ້ນເກມ ຈາກນັກຮຽນໂຮງຮຽນປະຖົມຫົງສາ, ປະຖົມບ້ານໃຫຍ່ ແລະ ໂຮງຮຽນປະຖົມກິດຕິສັກ ດ້ວຍບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ, ຈາກນັ້ນ, ການນໍາຂອງເມືອງ ແລະ ບໍລິສັດໄຟຟ້າຫົງສາ ຈຳກັດ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ຕໍ່ໜ້າຫ້ອງວ່າການເມືອງອີກດ້ວຍ.
ຂ່າວ-ພາບ: ຖວທ ເມືອງຫົງສາ
May be an image of 6 people, tree and text