ສະຫາຍ ປອ ສິນລະວົງ ຄຸນໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເຂົ້າຮ່ວມພິທີເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ຢູ່ທີ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໃນວັນທີ 03 ມິຖຸນາ 2025 ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການລັດຖະບານ ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຄະນະນຳ 4 ກົມໃຫຍ່ ຫ້ອງວ່າການກະຊວງປ້ອງກັນປະເທດ ຄະນະພັກ-ຄະນະອໍານວຍການ ຄະນະກົມ-ຄະນະວິຊາ ຄູອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮັກສາການຫົວໜ້າການທະຫານ ວປກ ໄດ້ຂຶ້ນຜ່ານແຜນການຫຼັກສູດບຳລຸງວຽກງານ ປກຊ-ປກສ ຊຸດທີ XXI ສົກຮຽນ 2024-2025 ເຊິ່ງມີເນື້ອໃນບາງຕອນ ວ່າ: ຊຸດບຳລຸງຄັ້ງນີ້ ມີຈຳນວນ 30 ສະຫາຍ ຍິງ 02 ສະຫາຍ ມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ໃຊ້ເລວາເຝິກອົບຮົມບຳລຸງ ທັງໝົດ 64 ວັນ (ອາທິດໜຶ່ງຮຽນ 5 ວັນ ວັນໜຶ່ງຮຽນ 7 ຊົວໂມງ) ວິທີການອົບຮົມແມ່ນໜູນໃຊ້ວິທີການສອນ-ການຮຽນແບບປະສົມປະສານ ໃນນັ້ນ ມີການຂຶ້ນຫ້ອງສອນເນື້ອໃນຈຸດໜັກ ລວມມີ 17 ບົດ ມີການສົນທະນາ ສະເໜີບົດຮຽນເພີ້ມເຕີມ ໄປທັດສະນະສຶກສາ ຂຽນບົດເກັບກ່ຽວເມື່ອຮຽນສຳເລັດຕາມເນື້ອໃນໂຄງການ ທີ່ໄດ້ກຳນົດໄວ້ແລ້ວ ມີການສະຫຼຸບຖອດຖອນບົດຮຽນ ພ້ອມທັງຕີລາຄາຜົນໄດ້ຮັບ ແລະ ມອບໃບຢັ້ງຢືນການຮຽນ ໃຫ້ບັນດາສະຫາຍ ທີ່ໄດ້ຜ່ານການເຝິກອົບຮົມ.
ໂອກາດນີ້ ທ່ານປະທານ ສນຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນຈາກກົມການເມືອງສູນກາງພັກ ມາຍັງຄະນະພັກ-ຄະນະບັນຊາ ພະນັກງານ ຄູອາຈານ ນັກຮົບ ນັກສຶກສາ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມໃນທຸກດ້ານ ເຮັດໃຫ້ຊຸດບຳລຸງວຽກງານ ປກຊ-ປກສ ຊຸດນີ້ ສາມາດເປີດໄດ້ຕາມແຜນການ ພ້ອມເນັ້ນໜັກ ຕື່ມວ່າ: ກົມການເມືອງສູນກາງພັກ ລັດຖະບານ ໄດ້ຖືສຳຄັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ເພື່ອເປັນການຍົກສູງຄວາມຮັບຜິດຊອບ ແລະ ປະດິດສ້າງ ໃນການນໍາໃຊ້ທິດສະດີຫຼັກການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພາະເປັນປັດໄຈຄໍ້າປະກັນຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ຕາມແນວທາງນະໂຍບາຍຂອງພັກ ແລະ ຮຽກຮ້ອງໃຫ້ 30 ສະຫາຍ ເຂົ້າຮ່ວມຊຸດບໍາລຸງໃນເທື່ອນີ້ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເປັນເຈົ້າຕົນເອງໃນການຄົ້ນຄວ້າຮໍ່າຮຽນ ກໍາໃຫ້ໄດ້ໃນດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ເພື່ອພ້ອມກັນຊອກຫາວິທີແກ້ໄຂບັນຫາຄົງຄ້າງ.
ສໍາລັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນນາມໄດ້ຮັບການມອບໝາຍເປັນຜູ້ສ້າງບໍາລຸງພະນັກງານການນໍາ ຈະຕ້ອງເອົາໃຈໃສ່ປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຕາມ 4 ປະການ ຂອງວິທະຍາຄານປະກາດຜ່ານມາ ພາຍຫຼັງສໍາເລັດແລ້ວ ກໍ່ໃຫ້ມີແຜນຕິດຕາມແຕ່ລະທ່ານ ໃນການໝູນໃຊ້ຕົວຈິງຄືແນວໃດຕໍ່ໄປ.
ພາບ,ຂ່າວ: ສນຊ





