ພິທີມອບ-ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໂດຍມີສະຫາຍ ວັນສີ ກົວມົວ ກໍາມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ທັງເປັນຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ນັບແຕ່ປີ 2021-2024 ແລະ ທິດທາງແຜນການປີ 2025. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ (2021-2024) ທີ່ຜ່ານມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ. ພ້ອມນີ້. ສະຫາຍໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດ 9 ມາດຖານ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມຕື່ມອີກ. ສ່ວນຂະບວນການວັດທະນະທຳ-ສັງຄົມ, ຊາວໜຸ່ມ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ທັງເຂົ້າຮ່ວມກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ ແລະ ຊາວໜຸ່ມຈັດຕັ້ງເຄື່ອນໄຫວເອງ, ພົ້ນເດັ່ນໄດ້ຕະລຸມບອນປະກອບສ່ວນຕ້ານພະຍາດລະບາດໂຄວິດ-19, ສ້າງຄູກັນນໍ້າຕ້ານໄພນໍ້າຖ້ວມ, ໄພໜາວ, ຮ່ວມຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ອື່ນໆ.
ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະນໍາ ກໍຄືສະມາຊິກຊາວໜຸ່ມກໍາໄດ້, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຖືສໍາຄັນວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ຊາວໜຸ່ມລາວ ກໍຄືໃນຖັນແຖວລັດຖະກອນ, ນັກຮຽນ-ນັກສຶກສາທີ່ສັງກັດກະຊວງພວກເຮົາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີຈິດໃຈອົດທົນ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນໃຫ້ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ. ຊາວໜຸ່ມລາວຕ້ອງອາດຫານກ້າວຂຶ້ນໆໃຫ້ສົມກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝ.
ຂ່າວ: ທະນູທອງ, ພາບ: ເກດສະໜາ





