ໃນວັນທີ 1-12 ມິຖຸນາ 2025 ທ່ານ ດຣ ກອນສະໜຸກ ສິງພວງເພັດ ຮອງຫົວໜ້າຂະແໜງສົ່ງເສີມສຸຂະພາບເດັກ ສູນແມ່ ແລະ ເດັກ ສປປ ລາວ ພ້ອມດ້ວຍຕາງໜ້າຈາກໂຮງໝໍ 14 ແຂວງຂອງ ສປປ ລາວ ໄດ້ເຂົ້າຮ່ວມ ເຝິກອົບຮົມໃນຫົວຂໍ້ ຍົກລະດັບຄວາມສາມາດໃນການບົ່ງມະຕິ ແລະ ການປິ່ນປົວເດັກຂັ້ນພື້ນຖານ ທີ່ ນະຄອນສາງຊາ ແຂວງ ຫູໜານ ສປ ຈີນ ເປັນປະທານກ່າວເປີດຂອງ ທ່ານ Zhou Jiuhu ຮອງຫົວໜ້າຫ້ອງການພະແນກການຄ້າ ແຂວງ ຫູໜານ ທ່ານ ນາງ XIAO Zhenghui ຜູ້ອໍານວຍການ ໂຮງໜໍເດັກແຂວງ ຫູໜານ ມີຕາງໜ້າໂຮງໝໍແຂວງ 14 ແຂວງ ຈຳນວນ 30 ທ່ານເຂົ້າຮ່ວມ.
ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກ ພື້ນຖານ ແລກປ່ຽນປະສົບການໃນການບົ່ງມະຕິ ແລະ ປິ່ນປົວເດັກລະຫວ່າງ ໂຮງໝໍ ແຂວງ ຫູໜານ ສປຈິນ ແລະ ໂຮງໜໍສູນກາງ14ແຂວງ ເພື່ອເປັນຂົວຕໍ່ໃນການພັດທະນາທາງດ້ານວິຊາການ ອຸປະກອນ ກ່ຽວກັບວຽກງານແມ່ ແລະ ເດັກ.
ໃນໂອກາດນີ້ ທ່ານ ດຣ ກອນສະໜຸກ ສິງພວງເພັດ ໄດ້ກ່າວ ສະແດງຄວາມຂອບໃຈທີ່ ສປ ຈີນ ໄດ້ຈັດການເຝິກອົບຮົມທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ແລະ ເປີດໂອກາດໃຫ້ໂຮງໝໍ ສປປ ລາວເຂົ້າຮ່ວມເພື່ອຈະໄດ້ນຳເອົາຄວາມຮູ້ໃຫ້ການເຝິກອົບຮົມໃນຄັ້ງນີ້ໄປນຳໃຊ້ໃນວຽກງານຕົວຈິງ ເປັນການຍົກລະດັບການປິ່ນປົວເດັກໃຫ້ມີຄຸນນະພາບເພີ່ມຂຶ້ນ ແລະ ໃນໂອກາດນີ້ກໍໄດ້ມອບຂອງຂວັນທີ່ລະນຶກຂອງ ສປປ ລາວ.
ທີ່ມາ: ວຽງຈັນໃໝ່






