ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນວ ແລະ ນະຄອນຊຽງໄຮ້ ຮ່ວມມືກັນຫຼາຍຂົງເຂດວຽກງານ

Jun 5, 2025

ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນທ້າຍເດືອນພຶດສະພາ 2025 ຄະນະຜູ້ແທນຂັ້ນສູງ ນວ ໄດ້ພົບປະເຮັດວຽກກັບການນໍາບັນດານະຄອນຊຽງໄຮ້.
ການພົບປະຄັ້ງດັ່ງກ່າວ ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກການຮ່ວມມື ເພື່ອເພີ່ມທະວີການຮັດແໜ້ນສາຍພົວພັນມິດຕະພາບເປັນເປັນມູນເຊື້ອ ຊຸກຍູ້ແລກປ່ຽນ ແລະ ຮ່ວມມືແບບເພື່ອນມິດສອງນະຄອນ ໄດ້ຈັດຮ່ວມລົງນາມຝ່າຍລາວໂດຍແມ່ນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ຝ່າຍຈີນໂດຍແມ່ນ ທ່ານ ກົງ ເຈິ້ງ ເຈົ້ານະຄອນຊຽງໄຮ້ ມີການນໍາຂັ້ນສູງສອງນະຄອນເຂົ້າຮ່ວມ.
ໂດຍອີງໃສ່ທ່າແຮງບົ່ມຊ້ອນໃນການແລກປ່ຽນ ແລະ ຮ່ວມມືຄັ້ງນີ້ ສອງຝ່າຍໄດ້ເຫັນດີເປັນເອກະສັນກັນລົງນາມຮ່ວມມືກັນຫຼາຍຂົງເຂດວຽກງານເປັນຕົ້ນສອງຝ່າຍຈະພະຍາຍາມຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງວິສາຫະກິດ ສອງຝ່າຍຈະພະຍາຍາມຊຸກຍູ້ການຮ່ວມມືດ້ານວັດທະນະທຳການທ່ອງທ່ຽວ ການສຶກສາ ບໍາລຸງສ້າງ ເຝິກອົບຮົມພະນັກງານ-ລັດຖະກອນ ແລະ ການແລກປ່ຽນຮ່ວມມືດ້ານອື່ນໆ ພະແນກການຕ່າງປະເທດ ນວ ແລະ ຫ້ອງການພົວພັນຕ່າງປະເທດນະຄອນຊຽງໄຮ້ຈະເປັນຜູ້ຮັບຜິດຊອບວຽກງານຕິດຕໍ່ພົວພັນ ແລະ ປະສານງານລະຫວ່າງສອງຝ່າຍ.
ທີ່ມາ: ວຽງຈັນໃໝ່