ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ການນໍາໃຊ້ລະບົບ GIS ເຂົ້າໃນການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

Jun 5, 2025

ວັນທີ 5 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ ກົມຊົນລະປະທານຂອງກະຊວງກະສິກຳ ແລະ ປ່າໄມ້ ສະໜັບສະໜູນໂດຍທະນາຄານພັດທະນາອາຊີ (ADB) ແລະ ອົງການ IWMI ຈັດກອງປະຊຸມປຶກສາຫາລືກັບພາກສ່ວນຮ່ວມພັດທະນາໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ ມີ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ແມ່ນເປັນສ່ວນໜຶ່ງຂອງກົນໄກການປະສານງານ ແລະ ການສະໜັບສະໜູນດ້ານຍຸດທະສາດ ຕໍ່ກັບໜ່ວຍງານທີ່ເຮັດວຽກກ່ຽວກັບຂະແໜງກະສິກຳ ແລະ ການພັດທະນາຊົນນະບົດໄດ້ສຸມການປຶກສາຫາລືໃສ່ການພັດທະນາຊົນລະປະທານໂດຍເນັ້ນກ່ຽວກັບໂອກາດ ແລະ ທ່າແຮງໃນການໝູນໃຊ້ລະບົບຂໍ້ມູນຂ່າວສານທາງດ້ານພູມສາດ (Geographical Information Systems ຫຼື GIS) ເພື່ອເພີ່ມທະວີໃນການຄຸ້ມຄອງ ແລະ ການພັດທະນາລະບົບຊົນລະປະທານ.
ທ່ານ ຄໍາພະຈັນ ໄດ້ໃຫ້ຮູ້ວ່າ “ມີຄວາມຈຳເປັນໃນການສືບຕໍ່ພັດທະນາ ແລະ ປັບປຸງການຄຸ້ມຄອງລະບົບຊົນລະປະທານເພື່ອສະໜອງ ແລະ ນໍາໃຊ້ນໍ້າຊົນລະປະທານໃຫ້ມີປະສິດທິພາບ ພ້ອມທັງການຂະຫຍາຍເນື້ອທີ່ຊົນລະປະທານ ເຖິງແມ່ນວ່າໄດ້ມີການປັບປຸງຊົນລະປະທານແລ້ວກໍຕາມ ແຕ່ຄວາມຄືບໜ້າໃນການຂະຫຍາຍເນື້ອທີ່ຊົນລະປະທານ ແລະ ການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງແມ່ນຍັງເປັນບັນຫາການນຳໃຊ້ເຕັກໂນໂລຊີ GIS ໃນການພັດທະນາ ແລະ ການຄຸ້ມຄອງຊົນລະປະທານ ໂດຍສະເພາະການຄຸ້ມຄອງຖານຂໍ້ມູນແມ່ນມີຄວາມສຳຄັນ ແລະ ຈຳເປັນ”
ອີງຕາມບົດລາຍງານຂອງກົມຊົນລະປະທານໃຫ້ຮູ້ວ່າ: ໃນປີ 2024 ເນື້ອທີ່ຊົນລະປະທານມີທັງໝົດ 500.221 ເຮັກຕາ ໃນນັ້ນລວມມີເນື້ອທີ່ຊົນລະປະທານໃນລະດູຝົນ 313.753 ເຮັກຕາ ແລະ ລະດູແລ້ງ 182.468 ເຮັກຕາ ບັນລຸໄດ້ເກີນແຜນທີ່ໄດ້ວາງໄວ້ຈົນຮອດປີ 2025 ໃນເນື້ອທີ່ 495.000 ເຮັກຕາ.
ທ່ານ ນາງ ແຄັມເບລ ໄດ້ກ່າວວ່າ “ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເວທີຮວບຮວມຂໍ້ມູນອັນສຳຄັນ ຈາກບັນດາຜູ້ເຮັດວຽກຕົວຈິງ ຜູ້ສ້າງນະໂຍບາຍ ແລະ ຄູ່ຮ່ວມພັດທະນາກ່ຽວກັບການນໍາເຕັກໂນໂລຊີ GIS ຂັ້ນສູງມາໃຊ້ ແລະ ໃຊ້ຢ່າງມີປະສິດທິຜົນ ເພື່ອປັບປຸງການພັດທະນາ ແລະ ການຄຸ້ມຄອງຊົນລະປະທານ ໃນຂະນະທີ່ພວກເຮົາພວມເຮັດວຽກຮ່ວມກັນເພື່ອປັບປຸງການຄຸ້ມຄອງນ້ຳ ຊຸກຍູ້ການຜະລິດກະສິກໍາ ແລະ ເພີ່ມທະວີຄວາມທົນທານຕໍ່ສະພາບດິນຟ້າອາກາດ GIS ຈະເປັນເຄື່ອງມືອັນສຳຄັນໃຫ້ແກ່ພວກເຮົາໃນການວາງແຜນການຄຸ້ມຄອງການຕິດຕາມ ແລະ ບໍາລຸງຮັກສາລະບົບຊົນລະປະທານໄດ້ດີຂຶ້ນ”.
ການໜູນໃຊ້ GIS ໄດ້ໃຫ້ໂອກາດສະເພາະເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງຊົນລະປະທານ ເພີ່ມທະວີເຂັ້ມແຂງໃຫ້ຜູ້ຕັດສິນໃຈດ້ວຍຂໍ້ມູນ ເພີ່ມປະສິດທິພາບການດໍາເນີນງານແລະການບໍາລຸງຮັກສາ ພ້ອມທັງເປັນການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງຊາວກະສິກອນ.
ທີ່ມາ: ວຽງຈັນໃໝ່