ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດແລະ ອຽກລັງເໜືອ ປະຈໍາ ສປປ ລາວ

Jun 6, 2025

ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສ໌ບາໂລ (Melanie Louise Barlow),ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດແລະອຽກລັງເໜືອປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສປປລາວແລະສະຫະຣາຊະອານາຈັກອັງກິດແລະອຽກລັງເໜືອ,ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ ພ້ອມທັງມີແຜນການຈັດງານສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5ກັນຍາ1955ການພົວພັນຮ່ວມມືລະຫວ່າງ ສອງປະເທດແມ່ນມີທ່າກ້າວແລະຂະຫຍາຍຕົວດີຂຶ້ນ.ສປປ ລາວ ແລະ ສ.ອັງກິດໄດ້ມີການຮ່ວມມືທີ່ດີທັງໃນຂອບສອງຝ່າຍແລະຫຼາຍຝ່າຍເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ. ຄຽງຄູ່ກັນນັ້ນ,ກໍ່ຍັງໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມສຳລັບຂະແໜງການຕ່າງໆ, ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ສປປລາວ. ນອກນັ້ນ,ທັງສອງຝ່າຍຍັງໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະຫວ່າງກະຊວງຂະແໜງການຂອງສອງປະເທດຢ່າງເປັນປົກກະຕິ.