ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

Jun 6, 2025

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນານີ້ ທີ່ສະພາແຫ່ງຊາດ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ພາກວຽກງານລັດຖະບານ ມີຈໍານວນ 6 ບົດ
1) ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025;
2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
3) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;
5) ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
6) ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
2. ພາກວຽກງານສ້າງ ແລະ ປັບປຸງກົດໝາຍ ມີຈໍານວນ 10 ສະບັບ ໃນນີ້:
+ ຮ່າງກົດໝາຍສ້າງໃໝ່ 5 ສະບັບ ຄື:
1) ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ;
2) ກົດໝາຍວ່າດ້ວຍ ສັງຄົມສົງເຄາະ;
3) ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ;
4) ກົດໝາຍວ່າດ້ວຍ ສາມັນສຶກສາ;
5) ກົດໝາຍວ່າດ້ວຍ ການປູກຝັງ.
+ ຮ່າງກົດໝາຍປັບປຸງ 5 ສະບັບ ຄື:
1) ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ;
2) ກົດໝາຍວ່າດ້ວຍ ອາກອນລາຍໄດ້;
3) ກົດໝາຍວ່າດ້ວຍ ປ້າຍ;
4) ກົດໝາຍວ່າດ້ວຍ ສານປະຊາຊົນສູງສຸດ;
5) ກົດໝາຍວ່າດ້ວຍ ຊົນລະປະທານ.
3. ພາກວຽກງານສະພາແຫ່ງຊາດ ມີຈໍານວນ 2 ບົດ ຄື:
1) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.
4. ມະຕິກອງປະຊຸມສະພາແຫ່ງຊາດ ມີຈຳນວນ 17 ສະບັບ ໃນນີ້ມີ:
5.1 ມະຕິຮັບຮອງເອົາວຽກງານລັດຖະບານ ມີ 6 ສະບັບ ຄື:
1) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025;
2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025;
3) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;
5) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
6) ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
5.2 ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ ຄື:
ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
5.3 ມະຕິ ວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.
ໂອກາດດັ່ງກ່າວ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້. ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ຊຶ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
ສາຍດ່ວນ: 156 ໃນໂມງລັດຖະການ.
• App: Laona
May be an image of 1 person and dais