ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພຽງ 5 ເດືອນ ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບ

Jun 6, 2025

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15,75%.
ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 05 ເດືອນຕົ້ນປີ 2025 ມີທັງຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ. ສະເພາະດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນະເຂດ ປະ​ກອບ​ມີ: 1 ດ່ານພາ​ສີທ້ອງຖິ່ນ, 4 ດ່ານ​ພາ​ສີປະເພນີ ແລະ 3 ໜ່ວຍງານຂຶ້ນກັບ, ເຊິ່ງໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ-ສົ່ງ​ອອກ, ຜ່ານ​ແດນສິນ​ຄ້າ​ເຄື່ອງ​ຂອງ, ການນໍາ​​ເຂົ້າ-ອອກ​​ຜ່ານ​ດ່ານຂອງ​ພາ​ຫະ​ນະ ແລະ ຜູ້​ໂດ​ຍ​ສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫລື ລື່ນແຜນ​ການທີ່ວາງໄວ້.
ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບຕົວເລກລາຍຮັບຈາກພາສີປະຈຳແຂວງ 1.778 ຕື້ກີບ, ເຊິ່ງຄະນະດ່ານໄດ້ມີຄວາມເອກະພາບ, ບວກກັບຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ ແລະ ໃຫ້ການບໍລິການອຳນວຍຄວາມສະດວກບົນລະບຽບຫລັກການ, ປັບປຸງແກ້ໄຂຂອດບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັັບປະກັນໄດ້ດ້ານລະບຽບກົດໝາຍ, ການນໍາ​ເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ບັນຫາອື່ນໆ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 05 ເດືອນປີ 2025 ໄດ້ທັງໝົດ 772.04 ຕື້ກີບ ຫລື ເທົ່າກັບ 43,42% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15,75% ຄິດເປັນເງິນປະມານ 105,07 ຕື້ກີບ, ເຊິ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກຄ່າຊັກພິເສດສົ່ງອອກ, ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫລ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກຕໍ່ ແລະ ຄ່າທໍານຽມຕ່າງໆ.
ທ່ານ ພຸດທະມີໄຊ ກ່າວຕື່ມວ່າ: ສຳລັບທິດທາງແຜນການໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ2 ແລະ ທ່າບົກສະຫວັນນະເຂດ, ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານ ດ້ວຍການບຸກລະທຸຫັນເປັນທັນສະໄໝ ໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນ ລະບົບແຈ້ງພາສີໂດຍສັງເຂບ, ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (Master List), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາສະເພາະ ແລະ ກຳນົດແຜນວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.