ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳກະຊວງກະສິກໍາ ແລະ ປ່າໄມ້ ຊຸກຍູ້ວຽກງານຕ້ານແລ້ງ-ຕ້ານຖ້ວມຢູ່ນະຄອນຫຼວງວຽງຈັນ

Jun 6, 2025

ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້(ກປ) ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ຕ້ານແລ້ງ-ຕ້ານຖ້ວມ ຢູ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້, ໃນນັ້ນ,ໄດ້ສຳຫຼວດກວດກາຄືນປະຕູຄວບຄຸມນໍ້າຫ້ວຍເດື່ອທີ່ເມືອງຫາດດຊາຍຟອງ; ປະຕູຄວບຄຸມນໍ້າຫ້ວຍໝາກຮຽວທີ່ເມືອງປາກງື່ມ ເພື່ອກວດກາ ຄວາມພ້ອມຂອງການຄວບຄຸມ ແລະ ລະບາຍນໍ້າ ໃນລະດູຝົນ ປີ 2025.
ໂຄງການນີ້ ມີເປົ້າໝາຍເພື່ອພັດທະນາລະບົບຊົນລະປະທານ ໃຫ້ສາມາດສະໜອງນໍ້າໄດ້ທັງສອງລະດູ (ແລ້ງ ແລະ ຝົນ), ສາມາດສະໜອງນໍ້າໄດ້ໃນເນື້ອທີ່ການຜະລິດກະສິກຳ 320 ເຮັກຕາ, ກວມເອົາ 3 ບ້ານ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ ຄືບ້ານໝາກຮຽວ, ໝາກນາວເໜືອ ແລະ ບ້ານນາຊາ, ເມືອງປາກງື່ມ. ໜ້າວຽກຫຼັກຂອງ ໂຄງການລວມມີກໍ່ສ້າງສະຖານີຈັກສູບນໍ້າ; ສົ່ງນໍ້າ; ກໍ່ສ້າງອ່າງພັກນໍ້າ; ກໍ່ສ້າງຄອງຊົນລະປະທານ; ລະບົບການບໍລິ ຫານຈັດການນໍ້າຊົນລະປະທານແບບທັນສະໄໝ; ສ້າງສູນຄວບຄຸມບໍລິຫານຈັດການນໍ້າຊົນລະປະທານຂອງໂຄງການ ແລະ ຕິດຕັ້ງລະບົບໂຊລາເຊວ ເພື່ອທົດແທນການນຳໃຊ້ໄຟຟ້າ. ຜ່ານການຈັດຕັ້ງປະຕິບັດໂຄງການ ມາຮອດປັດຈຸບັນ ປະຕິບັດໄດ້ 45% ຂອງໜ້າວຽກທັງໝົດ.
ທີ່ມາ: ຂ່າວສານກະສິກໍາ
No photo description available.