ວັນທີ 6 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມຊັ້ນ III, ສຳນັກງານປົກຄອງເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ ໂດຍເປັນກຽດເຂົ້າຮ່ວມພິທີຂອງທ່ານ ທອງລິດ ສິດທິອຳພາ ຮັກສາການຮອງເຈົ້າເມືອງ ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງພ້ອມພະນັກງານລັດຖະກອນ ແລະ ອໍານາດການປົກຄອງບ້ານໃຫ່ຍນ້ຳຢ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄໍາພຸດ ຈະເລີນຈິດ ຫົວໜ້າຫ້ອງການຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ໃຫ້ກຽດຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ແລະຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ. ຈາກນັ້ນ ທ່ານ ທອງລິດ ສິດທິອຳພາ ຮັກສາການຮອງເຈົ້າເມືອງໄດ້ໃຫ້ກຽດຜ່ານສານຂອງທ່ານ ນາຍົກລັດຖະມົນຕີ ໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025 ທີ່ໄດ້ໝູນວຽນມາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ຂອງ ສປປ ລາວ ໂດຍຖືເອົາວັນສໍາຄັນດັ່ງກ່າວເປັນການປູກຈິດສໍານຶກ ແລະ ທັງເປັນການປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງເພື່ອຖະໜຸຖະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ພາຍໄຕ້ຄໍາຂວັນທີ່ວ່າ: “ ໂລກມີພຽງໜຶ່ງດຽວ”ເນື້ອໃນສານໄດ້ຮຽກຮ້ອງມາຍັງປະຊາຊົນລາວທັງຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມຜູ້ປະກອບການຕ່າງໆພາຍໃນປະເທດ ແລະຕ່າງປະເທດ ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ໂດຍການຫັນປ່ຽນພຶດຕິກຳ ແລະ ຈິນຕະນາການຈາກການພັດທະນາທີ່ທໍາລາຍສິ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອໃຫ້ມີຄວາມຍືນຍົງ ແລະ ຍາວນານ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນສ້າງກິດຈະກຳເກັບຂີ້ເຫຍື້ອເລາະຕາມເສັ້ນທາງອ້ອມຂ້າງຫ້ອງວ່າການເມືອງ ແລະ ຕາມເສັ້ນທາງ 1 D ໃນເທດສະບານເມືອງຕື່ມອີກ.
ຂ່າວ: ທອງວັນດີ






