ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ4 ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ມິຖຸນາ 2025 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານເຈົ້າເມືອງ ຮອງເຈົ້າເມືອງ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ຜູ້ບໍລິຫານການສຶກສາ 9 ເມືອງ ທ່ານຜູ້ ອຳນວຍການໂຮງຮຽນ ແຂກຖືກເຊີນ ພະນັກງານຄູ-ອາຈານ ນັກຮຽນ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານສະພາບການຫ້າງຫາກະກຽມ ໃຫ້ແກ່ການສອບເສັງໃນ ຄັ້ງນີ້ວ່າ: ນວ ມີໂຮງຮຽນປະຖົມທັງໝົດ 542 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 209 ແຫ່ງ ໂຮງຮຽນລັດ 333 ແຫ່ງ ໂຮງຮຽນມັດທະຍົມສຶກສາທັງໝົດ 205 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 98 ແຫ່ງ ໂຮງຮຽນລັດ 107 ແຫ່ງ ໂຮງຮຽນທີ່ມີຊັ້ນ ມ 4 ມີ 179 ແຫ່ງ ເພີ້ມຂຶ້ນ 4 ແຫ່ງ ຈໍານວນນັກຮຽນ ມ 4 ມີ 11.391 ຄົນ ຍິງ 5.988 ຄົນ ແລະ ໂຮງຮຽນທີ່ມີຊັ້ນ ມ7 ມີ 118 ແຫ່ງ ເພີ້ມຂຶ້ນ 4 ແຫ່ງ ນັກຮຽນ ມ 7 ມີ 9.164 ຄົນ ຍິງ 4.755 ຄົນ.
ການສອບເສັງຈົບຊັ້ນ ມ 4 ໃນວັນທີ 11-13 ມິຖຸນາ 2025 ຈັດເປັນ 29 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 11.921 ຄົນ ຍິງ 5.988 ຄົນ ຫ້ອງສອບເສັງ 558 ຫ້ອງ ສະເລ່ຍຫ້ອງລະ 20-25 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ ຈໍານວນກໍາມະການຍາມຫ້ອງທັງໝົດ 1.174 ຄົນ ເຊິ່ງໄດ້ຈັດຢູ່ແຕ່ລະເມືອງດັ່ງນີ້: ເມືອງ ຈັນທະບູລີ ຈັດເປັນ 1 ສູນສອບເສັງ ຢູ່ສູນ ມສ ວຽງຈັນ ເມືອງ ສີໂຄດຕະບອງ ຈັດເປັນ 5 ສູນສອບເສັງ: ເມືອງ ໄຊເສດຖາ ຈັດເປັນ 4 ສູນ ເມືອງສີສັດຕະນາກ ຈັດເປັນ 3 ສູນສອບເສັງ ເມືອງ ນາຊາຍທອງ ຈັດເປັນ 3 ສູນສອບເສັງ ເມືອງ ໄຊທານີ ມີ 7 ສູນສອບເສັງ ເມືອງ ຫາດຊາຍຟອງ ຈັດເປັນ 2 ສູນ ເມືອງ ສັງທອງ ຈັດເປັນ 1 ສູນສອບເສັງ ຢູ່ ມສ ສີທອງ ເມືອງ ປາກງື່ມ ຈັດເປັນ 3 ສູນສອບເສັງ.
ສ່ວນການສອບເສັງຈົບຊັ້ນ ມ 7 ໃນວັນທີ 18-20 ມິຖຸນາ 2025 ຈັດເປັນ 22 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 9.164 ຄົນ ຍິງ 4.755 ຄົນ ຫ້ອງສອບເສັງ 446 ຫ້ອງ ສະເລ່ຍຫ້ອງລະ 21-25 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ ຈໍານວນກໍາມະການຍາມຫ້ອງທັງໝົດ 1.231 ຄົນ ເຊິ່ງໄດ້ຈັດຢູ່ແຕ່ລະເມືອງດັ່ງນີ້: ເມືອງ ຈັນທະບຸລີ ຈັດເປັນ 2 ສູນສອບເສັງ ເມືອງສີໂຄດຕະບອງ ຈັດເປັນ 3 ສູນສອບເສັງ ເມືອງ ໄຊເສດຖາ ຈັດເປັນ 3 ສູນສອບເສັງ ເມືອງສີສັດຕະນາກ ຈັດເປັນ 2 ສູນສອບເສັງເມືອງນາຊາຍທອງ ຈັດເປັນ 2 ສູນສອບເສັງ ເມືອງໄຊທານີ ມີ 6 ສູນສອບເສັງ ເມືອງຫາດຊາຍຟອງ ຈັດເປັນ 1 ສູນສອບເສັງ ເມືອງສັງທອງ ຈັດເປັນ 1 ສູນສອບເສັງ ເມືອງປາກງື່ມ ຈັດເປັນ 2 ສູນສອບເສັງ.
ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຈັດການສອບເສັງ ແລະ ທຸກພາກສ່ວນ ໂດຍສະເພາະຄະນະຜູ້ບໍລິຫານການສຶກສາທຸກຂັ້ນໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ໃຫ້ການຊຸກຍູ້ເຮັດໃຫ້ສາມາດບັນລຸໄດ້ຕາມແຜນການ ພ້ອມເນັ້ນໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ກໍຄືຄະນະກຳມະການຍາມຫ້ອງສອບເສັງ ກໍຄືນັກສອບເສັງທັງໝົດ ຈົ່ງເອົາໃຈໃສ່ ດູແລສຸຂະພາບ ປະຕິບັດລະບຽບການສອບເສັງຢ່າງເຄັ່ງຄັດ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ໂດຍສະເພາະນັກສອບເສັງທຸກຄົນ ຈົ່ງພ້ອມກັນຄົ້ນຄວ້າຍາດແຍ່ງຄະແນນການສອບເສັງຄັ້ງນີ້ໃຫ້ ໄດ້ຕາມເປົ້າໝາຍວ່າງໄວ້ ເຮັດໃຫ້ການສອບເສັງໃນສົກຮຽນນີ້ມີຜົນງານອັນໂດດເດັ່ນ ເປັນການປະກອບ ສ່ວນຮ່ວມສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງຊາດ ທີ່ຈະມາເຖິງ.
ທີ່ມາ: ວຽງຈັນໃໝ່







