ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 4 ມິຖຸນານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ແຈ້ງສະພາບທີ່ກ່ຽວຂ້ອງກັບຈີນ ໃນການປະຕິບັດນະໂຍບາຍ “ວີຊາອາຊຽນ” ຕໍ່ 10 ປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ ທີ່ເປັນປະເທດສັງເກດການອາຊຽນ ເຊິ່ງຈະອອກວີຊາເຂົ້າເມືອງຈີນ ຕາມປະເພດທີ່ສົມຄູ່ກັນ ເພື່ອໃຫ້ສາມາດເຂົ້າເມືອງຈີນ ໄດ້ຫຼາຍເທື່ອ ແລະ ທຸກເທື່ອສາມາດເຂົ້າຈີນເປັນເວລາ 180 ວັນ ພາຍໃນ 5 ປີ ໃຫ້ແກ່ນັກທຸລະກິດ ພ້ອມດ້ວຍຄູ່ສົມລົດ ແລະ ລູກຂອງເຂົາເຈົ້າຈາກ 11 ປະເທດດັ່ງກ່າວ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທີ່ກ່ຽວຂ້ອງ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນ ແລະ ອາຊຽນ ໄດ້ມີບາດກ້າວໃໝ່ ໃນການລົງເລິກການຮ່ວມມືໃນພາກພື້ນ ແລະ ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ.
ໃນຊຸມປີຜ່ານມາ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໜັກແໜ້ນ, ການຮ່ວມກັນສ້າງ “5 ບ້ານເມືອງໃຫຍ່” ໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ. ເມື່ອງສັງເກດຈາກຕົວເລກຂໍ້ມູນດ້ານເສດຖະກິດແລ້ວເຫັນວ່າ: ຈີນ ໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ ເປັນເວລາຫຼາຍປີຕິດຕໍ່ກັນ, ອາຊຽນກໍໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ ເປັນເວລາ 5 ປີຕິດຕໍ່ກັນ. ພຽງແຕ່ປີ 2024 ເທົ່ານັ້ນ, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍ ໄດ້ບັນລຸຫຼາຍກວ່າ 1.200 ຕື້ໂດລາ. ຍ້ອນການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໄດ້ຮຽກຮ້ອງຕ້ອງການໃຫ້ມີການໄປມາຫາສູ່ກັນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ. ນະໂຍບາຍ “ວີຊາອາຊຽນ” ຂອງຈີນ ກໍເພື່ອຕອບສະໜອງກັບຄວາມຕ້ອງການດັ່ງກ່າວ ແລະ ສ້າງຂົວຕໍ່ທີ່ສະດວກກວ່າເກົ່າ ໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝ່າຍ.
ການວາງນະໂຍບາຍ “ວີຊາອາຊຽນ” ເປັນຂັ້ນຕອນສຳຄັນຂອງຈີນ ໃນຂະບວນການຫັນນະໂຍບາຍວີຊາຂອງຈີນ ໃຫ້ມີຄວາມສະດວກສະບາຍກວ່າເກົ່າ ເຊິ່ງເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ ແລະ ນັບມື້ຂະຫຍາຍກວ້າງອອກເລື້ອຍໆ. ກ່ອນອື່ນ, ຈີນໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບສິງກະໂປ, ໄທ ແລະ ມາເລເຊຍ, ຄືດັ່ງໃຫ້ເພື່ອນມິດທີ່ໃກ້ຊິດກັນ ໄປຢ້ຽມຢາມເຊິ່ງກັນແລະກັນ ແບບບໍ່ຕ້ອງເຄາະປະຕູ. ສອງ, ຈີນໄດ້ອອກ “ວີຊາລ້ານຊ້າງ-ແມ່ຂອງ” ໃຫ້ແກ່ 5 ປະເທດລຸ່ມແມ່ນ້ຳຂອງ ຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ “ບ້ານໃກ້ເຮືອນຄຽງທີ່ດີ” ເດີນທາງມາຢ້ຽມຢາມຈີນ: ປັດຈຸບັນແມ່ນຢູ່ຂັ້ນຕອນທີ 3: ຈີນໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໂດຍໄດ້ຍົກເວັ້ນວີຊາ ໃຫ້ແກ່ນັກທຸລະກິດຈາກ 11 ປະເທດ ແລະ ຄອບຄົວຂອງເຂົາເຈົ້າ ເຊິ່ງເປັນການເປີດກວ້າງ “ວົງເພື່ອນມິດອາຊຽນ” ຕື່ມອີກ. 3 ຂັ້ນຕອນດັ່ງກ່າວໄດ້ສ້າງລະບົບອຳນວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນໃນພາກພື້ນທີ່ສົມບູນກວ່າເກົ່າ.
ນະໂຍບາຍພິເສດດ້ານວີຊາລະຫວ່າງຈີນແລະບາງປະເທດສະມາຊິກອາຊຽນ ທີ່ກ່າວມານັ້ນ ໄດ້ກາຍເປັນພະລັງຂັບເຄື່ອນການພັດທະນາເສດຖະກິດໃນພາກພື້ນ. ຍົກເອົາສອງປະເທດຈີນ ແລະ ໄທເປັນຕົວຢ່າງ: ພາຍຫຼັງສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນໃນເດືອນມີນາປີ 2024 ເປັນຕົ້ນມາ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວໄທ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ: ຕົວເລກຂໍ້ມູນຈາກພາກສ່ວນທ່ອງທ່ຽວຂອງໄທສະແດງໃຫ້ເຫັນວ່າ: ນັບແຕ່ສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນ, ນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວໄທໃນປີ 2024 ມີເຖິງ 6,73 ລ້ານເທື່ອຄົນ, ເພີ່ມຂຶ້ນ 91,7% ເມື່ອທຽບໃສ່ປີ 2023, ລາຍຮັບດ້ານການທ່ອງທ່ຽວຂອງໄທ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ.
“ວີຊາອາຊຽນ” ໄດ້ສ້າງຜົນດີທີ່ຕັ້ງໜ້າໃນຫຼາຍດ້ານ. ໃນດ້ານເສດຖະກິດ, ໄດ້ອອກວີຊາເຂົ້າ-ອອກເມືອງຈີນຫຼາຍເທື່ອໃນໄລຍະຍາວ ໃຫ້ແກ່ນັກທຸລະກິດ, ໄດ້ປະຢັດເວລາ ແລະ ຫຼຸດຕົ້ນທຶນໃຫ້ແກ່ການຄ້າ ແລະ ການລົງທຶນ, ເຮັດໃຫ້ວິສາຫະກິດສາມາດຈັດວາງການເຄື່ອນໄຫວທາງດ້ານທຸລະກິດຢ່າງຄ່ອງຕົວ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ເຊິ່ງຈະມີຜົນດີຕໍ່ວິສາຫະກິດຈາກອາຊຽນ ທີ່ມີຈຸດປະສົງເປີດກວ້າງຕະຫຼາດຢູ່ຈີນ ແລະ ວິສາຫະກິດຈາກຈີນທີ່ຢາກໄປລົງທຶນຢູ່ອາຊຽນ. ໃນດ້ານການແລກປ່ຽນດ້ານວັດທະນະທຳ: “ວີຊາອາຊຽນ” ຈະຊຸກຍູ້ການໄປມາຫາສູ່ກັນດ້ານບຸກຄະລາກອນລະຫວ່າງສອງຝ່າຍ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ ແລະ ວັດທະນະທຳ, ລົງເລິກຄວາມເຂົ້າໃຈກັນ ແລະ ມິດຕະພາບລະຫວ່າງສອງຝ່າຍ ເຊິ່ງຈະສ້າງພື້ນຖານຄວາມເຂົ້າໃຈທີ່ໜັກແໜ້ນຂອງປະຊາຊົນ ໃນການສ້າງປະຊາຄົມຮ່ວມຊາຕາກຳກັບອາຊຽນ.
ສັນຍາກ່ຽວກັບການເຈລະຈາເຂດການຄ້າເສລີຈີນ-ອາຊຽນ 3.0 ທີ່ສອງຝ່າຍໄດ້ລົງນາມໃນຫວ່າງມໍ່ໆມານີ້ ສະແດງໃຫ້ເຫັນວ່າ: ການແລກປ່ຽນດ້ານເສດຖະກິດການຄ້າໃນອະນາຄົດ ຈະແໜ້ນແຟ້ນກວ່າເກົ່າ, ຈີນໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໄດ້ສອດຄ່ອງກັບຄວາມປາຖະໜາຂອງສອງຝ່າຍ ທີ່ຢາກລົງເລິກການຮ່ວມມືລະຫວ່າງສອງຝ່າຍ ເຊິ່ງໄດ້ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນ. ເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຂອງສອງຝ່າຍ, ນະໂຍບາຍດັ່ງກ່າວຈະກາຍເປັນກຳລັງແຮງທີ່ສຳຄັນ ໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ພ້ອມທັງຊ່ວຍຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດແລະວັດທະນະທຳລະຫວ່າງສອງຝ່າຍ ນັບມື້ປະສົບຜົນສຳເລັດທີ່ອຸດົມສົມບູນກວ່າເກົ່າ.





