ໃນວັນທີ 7 ມິຖຸນາ 2025 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ວັນທີ 5 ມິຖຸນາ 2025 ພາຍໃຕ້ຄຳຂວັນ “ຫຼຸດຜ່ອນການນຳໃຊ້ປລາສຕິກ ເພື່ອສິ່ງແວດລ້ອມ ທີ່ສະອາດ ແລະ ສົດໃສ (BEAT PLASTIC POLLUTION”) ທີ່ເດີ່ນພະທາດອີງຮັງ ບ້ານທາດອີງຮັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີທ່ານຮອງເຈົ້າແຂວງ, ມີບັນດາທ່ານຮອງລັດຖະມົນຕີ ຈາກກະຊວງຕ່າງໆ, ມີທ່ານ ບາໂຄເດຍ ບູຄານອບ (Bakhodir Burkhanov) ຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະຫວັນນະເຂດ ແລະ ແຂວງອ້ອມຂ້າງ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວແຂວງສະຫວັນນະເຂດ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ກ່າວຕ້ອນຮັບວ່າ: ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຂໍຕີລາຄາສູງທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເລືອກເອົາແຂວງສະຫວັນນະເຂດເປັນສະຖານທີ່ຈັດຕັ້ງພິທີທີ່ມີຄວາມໝາຍ ແລະ ຕີລາຄາສູງຕໍ່ບັນດາທ່ານທີ່ໄດ້ເຂົ້າ ຮ່ວມພິທີຂອງພວກເຮົາໃນມື້ນີ້. ແຂວງສະຫວັນນະເຂດຖືເປັນໂອກາດທີ່ດີ ແລະ ຖືເອົາວັນດັ່ງກ່າວ ນີ້ເພື່ອເປັນການກະຕຸກຊຸກຍູ້ ແລະ ສ້າງຈິດສໍານຶກໃຫ້ ສັງຄົມໄດ້ຮັບຮູ້, ເຂົ້າໃຈ ທັງມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທັງເປັນການປຸກລະດົມກຳລັງໃຈອັນແຮງກ້າໃຫ້ປະຊາຊົນ ບັນດາເຜົ່າ ຊາວຂອງແຂວງສະຫວັນນະເຂດ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອທະນຸທະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາ ສິ່ງແວດລ້ອມ ຕາມຄໍາຂວັນຂອງປີນີ້ຄື: “ຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ” “BEAT PLASTIC POLLUTION”.
ພ້ອມນີ້ ທ່ານເຈົ້າແຂວງສະຫວັນນະເຂດ ຍັງຮຽກຮ້ອງ ແລະ ເຊີນຊວນມາຍັງປວງຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ຜູ້ປະກອບການຜະລິດ-ທຸລະກິດ ທັງພາຍໃນ ແລະ ຕ່າງໆປະເທດ, ພ້ອມດ້ວຍທຸກພາກສ່ວນໃນສັງຄົມ ທົ່ວແຂວງສະຫວັນນະເຂດ ຈົ່ງຮ່ວມແຮງຮ່ວມໃຈ ປົກປັກຮັກສາສິ່ງແວດລ້ອມ ໂດຍຫັນມານໍາໃຊ້ ຜະລິດຕະພັນທີ່ເປັນທາງເລືອກ ທີ່ບໍ່ທໍາລາຍສິ່ງແວດລ້ອມ ຫຼື ສົ່ງຜົນກະທົບໜ້ອຍທີ່ສຸດ, ເພື່ອເຮັດໃຫ້ການປະຕິບັດ ຄາດໝາຍ ການຫຼຸດຜ່ອນນໍາໃຊ້ປລາສຕິກ ແລະ ເພື່ອຈັດຕັ້ງປະຕິບັດຫຼັກການ 3 R ຄື: ຫຼຸດປະລິມານ ການນໍາໃຊ້, ນໍາກັບມາໃຊ້ຄືນ, ນໍາໄປຜະລິດຄືນໃໝ່ ໃຫ້ປະກົດຜົນເປັນຈິງ ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ ເພື່ອສ້າງແຂວງສະຫວັນນະເຂດ ໃຫ້ກາຍເປັນແຂວງທີ່ຂຽວ ສະອາດ ງາມຕາ.
ຈາກນັ້ນ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ກ່າວເປີດພິທີໂດຍຍົກໃຫ້ເຫັນວ່າ: ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີນີ້ແມ່ນປະເທດ ສ ເກົາຫຼີ ເປັນເຈົ້າພາບ ຄໍາຂວັນທີ່ເນັ້ນໃສ່ ການຫຼຸດຜ່ອນປລາສະຕິກນີ້ ແມ່ນໄດ້ກໍານົດຫຼາຍປີຕິດຕໍ່ກັນຄື: ໃນປີ 2018, 2023 ແລະ ປີ 2025 ເຊິ່ງສະແດງເຖິງບັນຫາຂີ້ເຫຍື້ອປລາສະຕິກ ເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມ ມະນຸດເຮົາ ກໍຄືໂລກເຮົາ ນັບມື້ນັບເພີ່ມຂຶ້ນ ທີ່ຕ້ອງໄດ້ເລັ່ງແກ້ໄຂໂດຍໄວ, ສະນັ້ນ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ຈຶ່ງໄດ້ກໍານົດຄໍາຂວັນ: ຫຼຸດຜ່ອນມົນລະພິດຈາກປລາສະຕິກ ນີ້ຕື່ມອີກໃນປີນີ້, ເພື່ອໃຫ້ທຸກປະເທດໃນໂລກ ຮັບຮູ້ເຖິງບັນຫາໄພອັນຕະລາຍ ຈາກຂີ້ເຫຍື້ອປລາສະຕິກ ແລະ ຮຽກຮ້ອງໃຫ້ແກ້ໄຂຮ່ວມກັນ ໂດຍເລີ່ມຈາກການຫຼຸດຜ່ອນການນໍາໃຊ້, ການກັບມາໃຊ້ຄືນ ແລະ ກ້າວໄປເຖິງການນໍາໃຊ້ໃນຮູບແບບເສດຖະກິດໜູນວຽນ ເຊິ່ງໝາຍເຖິງການສ້າງສິ່ງເສດເຫຼືອໜ້ອຍລົງ, ການນໍາມາໃຊ້ຄືນໃໝ່ ແລະ ສ້າງເປັນເສດຖະກິດເພີ່ມຂຶ້ນ. ສໍາລັບ ສປປ ລາວ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຮ່ວມກັບປະຊາຄົມໂລກ ໃນການຫຼຸດຜ່ອນແກ້ໄຂຮ່ວມກັນ ເພາະມັນເປັນບັນຫາລວມຂອງໂລກ, ເປັນມົນລະພິິດຂ້າມຊາຍແດນ ທີ່ກະທົບເຊິ່ງກັນ ແລະ ກັນ ໂດຍໄດ້ສ້າງ, ປັບປຸງບັນດາກົດໝາຍ, ລະບຽບການຕ່າງໆ ໃນການປົກປັກຮັກສາສິ່ງແວດລ້ອມ, ຍຸດທະສາດການເຕີບໂຕສີຂຽວ, ກໍານົດຄາດໝາຍ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ສ້າງແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງປລາສະຕິກ ຂອງ ສປປ ລາວ ແຕ່ປີ 2024-2030.
ອີກທັງ ສະແດງຄວາມຂອບໃຈ ມາຍັງການນໍາ ຂອງແຂວງສະຫວັນນະເຂດ ທີ່ໃຫ້ຄວາມສໍາຄັນ ແລະ ຕ້ອນຮັບການສະເໜີ ໃນການເປັນເຈົ້າພາບພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດປີນີ້ ເຊິ່ງເຫັນໄດ້ຄວາມເອົາໃຈໃສ່ ແລະ ສະໜັບສະໜູນວຽກງານການປົກປັກຮັກສາສິ່ງແວດລ້ອມ ກໍຄືມີຄວາມຕັ້ງໜ້າໃນການແກ້ໄຂບັນຫາ ຂີ້ເຫຍື້ອປລາສະຕິກ ເພື່ອສ້າງຕົວເມືອງ ໃຫ້ຂຽວສະອາດງາມຕາ ແລະ ນະຄອນໄກສອນພົມວິຫານ ກໍໄດ້ຮັບລາງວັນ ຕົວເມືອງດີເດັ່ນ ທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດລ້ອມຂອງອາຊຽນ ໃນປີ 2021.
ພາຍຫຼັງທີ່ມີການຕັດແຖບຜ້າເພື່ອເປີດພິທີຢ່າງເປັນທາງການແລ້ວ ການນໍາຂອງແຂວງສະຫວັນນະເຂດ ກໍໄດ້ນໍາພາການນໍາຂອງກະຊວງ, ແຂກຖືກເຊີນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຮ່ວມກັນປູກຕົ້ນໄມ້ ທີ່ບໍລິເວນເດີ່ນພຣະທາດອີງຮັງ ຕາມຈຸດຕ່າງໆທີ່ກໍານົດໄວ້. ສໍາລັບ ແຂວງທີ່ຮັບຕໍ່ເປັນເຈົ້າພາບຈັດງານພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຈາກແຂວງສະຫວັນນະເຂດ ແມ່ນແຂວງຫຼວງພະບາງ ປະຈໍາປີ 2026.







