ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ ຫົວໜ້າດ່ານສາກົນ ຂົວມິດຕະພາບ 1

Jun 9, 2025

ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບ ໜ້າທີ່ຫົວໜ້າດ່ານສາກົນມິດຕະພາບ 1 ນວ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີຄະນະຄຸ້ມຄອງດ່ານສາກົນ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສຸມາລີ ທໍາມະວົງ ຫົວໜ້າພະແນກພາຍໃນ ນວ ໄດ້ຜ່ານແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 393/ຫສນຍ, ລົງວັນທີ 22 ກຸມພາ 2024 ກ່ຽວກັບການໂຮມການຈັດຕັ້ງດ່ານສາກົນຂົວມິດຕະພາບ 1 ນວ ແລະ ຜ່ານຮ່າງມະຕິຮັບຮອງຂອງສະພາປະຊາຊົນ ນວ ເລກທີ 113/ຄລ.ສປນວ, ລົງວັນທີ 3 ຕຸລາ 2024 ວ່າດ້ວຍການຮັບຮອງເອົາດ່ານສາກົນຂົວມິດຕະພາບ 1 ເປັນກົງຈັກການຈັດຕັ້ງຂອງອົງການປົກຄອງ ນວ. ຈາກນັ້ນ, ໃນພິທີໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ນວ ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຕໍ່ໜ້າ.
ພ້ອມດຽວກັນ, ທ່ານ ພັອ ບຸນສົງ ດາລາແສນ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ຜູ້ເກົ່າໄດ້ຍົກໃຫ້ເຫັນຜົນງານການຊີ້ນໍາ-ນໍາພາບັນຊາວຽກງານວິຊາສະເພາະໃນໄລຍະຜ່ານມາ ຊຶ່ງມີດ້ານດີ, ຜົນງານ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງດ່ານມີຄວາມເຕີບໃຫຍ່ຂຶ້ນໄປເລື້ອຍໆ.
ຈາກນັ້ນ, ຄະນະຈັດຕັ້ງ ນວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການຍຸບເລີກໜ່ວຍພັກຮາກຖານ ຫ້ອງການບໍລິຫານດ່ານທ່າບົກ-ທ່ານາແລ້ງທີ່ຂຶ້ນກັບອົງຄະນະພັກ ນວ, ຜ່ານຂໍ້ຕົກລົງວ່າດ້ວຍການຖອນນາຍຕໍາຫຼວດທີ່ຂຶ້ນກັບ ປກສ ນວ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການຊົ່ວຄາວ ເລຂາຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ນວ, ຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຮັກສາການຊົ່ວຄາວຫົວໜ້າດ່ານ ແລະ ຮອງຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ແລະ ມອບຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າ ດ້ວຍການແຕ່ງຕັ້ງຮັກສາການຊົ່ວຄາວ ຫົວໜ້າດ່ານ ແລະ ຮອງຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ.
ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງທ່ານ ພັອ ບຸນສົງ ດາລາແສນ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ຜູ້ເກົ່າກັບທ່ານ ສົມລິດ ພັນທະຈັກ ຮັກສາການຊົ່ວຄາວ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ໂດຍຊ້ອງໜ້າແຂກທີ່ເຂົ້າຮ່ວມ.
ຕອນທ້າຍ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫົວໜ້າດ່ານສາກົນຜູ້ເກົ່າປະຕິບັດໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຮັກສາການຊົ່ວຄາວຫົວໜ້າດ່ານສາກົນ ພ້ອມດ້ວຍຄະນະ ຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາະສະເພາະທີ່ໄດ້ຮັບມອບໝາຍ ໂດຍແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງ, ມີການຕິດຕາມ, ກວດກາ ສະຫຼຸບຖອດຖອນບົດຮຽນຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຖືກຕ້ອງຕາມລະບຽບກົດໝາຍທີ່ວາງໄວ້ ແລະ ຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ.
ຂ່າວ: ແກ້ວ