ຕົ້ນປີ 2025 ນີ້, ຄຳສັ່ງເກືອດຫ້າມທີ່ກ່ຽວຂ້ອງກັບສາຍພູສິນຫຼິ້ງສະບັບໜຶ່ງ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຊາວເນັດຈີນຫຼາຍຈົນນັບບໍ່ຖ້ວນ ເຊິ່ງຄຳສັ່ງດັ່ງກ່າວໄດ້ລະບຸວ່າ: ນັບແຕ່ມື້ເກີດຜົນບັງຄັບໃຊ້ເປັນຕົ້ນໄປ, ຢຸດຕິການຈັດກິດຈະກຳຂ້າມຜ່ານ ແລະ ປີນພູ ຢູ່ເຂດສະຫງວນທຳມະຊາດສາຍພູສິນຫຼິ້ງ ໃນທັນທີ.
ປັດຈຸບັນ, ຜູ້ຄົນມີສ່ວນຮ່ວມໃນການອະນຸລັກຮັກສາສາຍພູສິນຫຼິ້ງນັບມື້ນັບຫຼາຍຂຶ້ນ.
ກ່ອນໜ້ານີ້ 5 ປີ, ຄື ໃນວັນທີ 20 ເມສາ 2020, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມແຂວງສ້ານຊີ່ ເຊິ່ງບ່ອນທຳອິດທີ່ເດີນທາງໄປຢ້ຽມຢາມກໍແມ່ນສາຍພູສິນຫຼິ້ນ. ຢູ່ເຂດສະຫງວນທຳມະຊາດແຫ່ງຊາດນິວເປີ້ຍຫຼຽງສາຍພູສິນຫຼິ້ງ, ເພິ່ນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ການສ້າງຄວາມສິວິໄລດ້ານນິເວດບໍ່ແມ່ນໝາຍຄວາມວ່າ ຈະກຳເອົາເງິນຄຳຢູ່ໃນມືໄດ້ຫຼາຍສ່ຳໃດ, ແຕ່ແມ່ນເຮັດເພື່ອປະຫວັດສາດ ແລະເພື່ອລູກຫຼານຄົນຮຸ່ນຫຼັງ.”
ໃນໄລຍະຜ່ານມາ, ສິ່ງແວດລ້ອມທຳມະຊາດຢູ່ສາຍພູສິນຫຼິ້ນເຄີຍຖືກທຳລາຍ ທິດເໜືອຂອງສາຍພູສິນຫຼິ້ນຕອນຢູ່ໃນນະຄອນຊີ່ອ່ານແຂວງສ້ານຊີ່, ເຮືອນວິນລາຈຳນວນຫຼວງຫຼາຍທີ່ສ້າງຂຶ້ນຢ່າງຜິດລະບຽບກົດໝາຍໄດ້ກືນກິນພື້ນທີ່ສີຂຽວຢູ່ເຂດຕີນພູ, ລະຫວ່າງ ປີ 2014-2018, ທ່ານ ສີຈິ້ນຜິງ ໄດ້ອອກຄຳສັ່ງຊີ້ນຳ 6 ຄັ້ງ ຕາມລຳດັບເພື່ອຊຸກຍູ້ການແກ້ໄຂບັນຫາດັ່ງກ່າວນີ້.
ຕໍ່ກັບບັນຫາສິ່ງແວດລ້ອມທຳມະຊາດຖືກທຳລາຍ, ທ່ານ ສີຈິ້ນຜິງ ມີຄວາມຄັບຄາໃຈທີ່ສຸດມາໂດຍຕະຫຼອດ.
ຫຼາຍປີຜ່ານມານີ້, ເພິ່ນໄດ້ມີຄຳສັ່ງຊີ້ນຳສຳຄັນຕໍ່ເຫດການທຳລາຍສິ່ງແວດລ້ອມທຳມະຊາດ ທີ່ເກີດຂຶ້ນຢູ່ທ້ອງຖິ່ນຈຳນວນໜຶ່ງ ໂດຍຮຽກຮ້ອງໃຫ້ແກ້ໄຂໃຫ້ເຖິງຖອງຢ່າງບໍ່ປ່ອຍປະເດັດຂາດ. ຕາມເພິ່ນເຫັນວ່າ ການເຮັດວຽກເຫຼົ່ານີ້ແມ່ນລ້ວນແຕ່ສຸມໃສ່ຮັບປະກັນໃຫ້ປະຊາຊາດຈີນ ມີການພັດທະນາຍາວນານ, ຮັບປະກັນການບັນລຸເປົ້າໝາຍສູ້ຊົນ “ຮ້ອຍປີສອງປະການ”, ເປັນແຜນລວມໄລຍະຍາວ, ເປັນສິ່ງສຳຄັນຂອງຊາດ.
ນັບແຕ່ປີ 2012 ເປັນຕົ້ນມາ, ວຽກງານປົກປັກຮັກສາສິ່ງແວດລ້ອມທຳມະຊາດໄດ້ກາຍເປັນ “ສິ່ງສຳຄັນຂອງຊາດ”.
ໃນແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ” ແມ່ນໄດ້ກວມເຖິງ ການສ້າງຄວາມສິວິໄລດ້ານນິເວດ; ໃນທິດທາງຍຸດທະສາດພື້ນຖານກ່ຽວກັບການຍຶດໝັ້ນ ແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່, ການຍຶດໝັ້ນຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ກໍແມ່ນເນື້ອໃນຂໍ້ໜຶ່ງ; ໃນແນວຄວາມຄິດການພັດທະນາແບບໃໝ່, ສີຂຽວ ເປັນໜຶ່ງໃນເນື້ອໃນສຳຄັນ; ໃນສາມບັ້ນບຸກຂອດຫຍຸ້ງຍາກໃຫຍ່, ໜຶ່ງໃນຫັ້ນກໍແມ່ນ ບັ້ນປ້ອງກັນ ແລະຄວບຄຸມມົນລະພິດ… ສາມາດເວົ້າໄດ້ວ່າ “ສິ່ງສຳຄັນຂອງຊາດ” ແມ່ນເຊື່ອມສານຢູ່ໃນພູຂຽວນ້ຳໃສ.
ປີ 2021, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມທະເລສາບຊິງໄຫ ເທິງພູພຽງຂອງແຂວງຊິງໄຫ ເຊິ່ງເປັນທະເລສາບນ້ຳເຄັມໃຫຍ່ທີ່ສຸດຂອງຈີນ.
ກ່ອນໜ້ານັ້ນ, ເພິ່ນໄດ້ເດີນທາງໄປສຳຫຼວດຊອກຮູ້ຂໍ້ມູນຢູ່ຕົ້ນແມ່ນ້ຳສາມສາຍຫຼືສ່ານຈ່ຽງຢວນ, ສາຍພູສີຫຼຽນມາແລ້ວ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນ, ເພິ່ນໃຫ້ຮູ້ວ່າ:“ເທື່ອນີ້ມາເບິ່ງທະເລສາບຊິງໄຫເປັນການສະເພາະ.” ເມື່ອເວົ້າເຖິງສາເຫດດ້ານຍຸດທະສາດຂອງສູນກາງພັກ ໃນການຕັດສິນໃຈປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫ, ເພິ່ນເນັ້ນໜັກຢ່າງໜັກແໜ້ນວ່າ: “ການປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫເປັນ ‘ສິ່ງສຳຄັນຂອງຊາດ’”.
ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: “ໃນດ້ານການປົກປັກຮັກສາສິ່ງແວດລ້ອມທຳມະຊາດ, ບໍ່ວ່າຈະເປັນການຊຸກຍູ້ສົ່ງເສີມ ຫຼື ຕຳໜິສະກັດກັ້ນ, ຂ້າພະເຈົ້າລ້ວນແຕ່ບໍ່ແມ່ນເຮັດເພື່ອສິ່ງໃດໜຶ່ງໃນເວລາໃດໜຶ່ງເທົ່ານັ້ນ, ແຕ່ແມ່ນເພື່ອສຸມໃສ່ສິ່ງແວດລ້ອມ ແລະ ທຳມະຊາດໂດຍລວມ, ສຸມໃສ່ການພັດທະນາແບບຍືນຍົງຂອງຈີນ ແລະ ອະນາຄົດຂອງປະຊາຊາດຈີນ.”
ໄປຄຽງຄູ່ກັບເວລາຜ່ານໄປຢ່າງວ່ອງໄວ, ແນວຄວາມຄິດປ່ຽນແປງແລ້ວ, ດິນແດນປະເທດຊາດຈີນກໍໄດ້ມີໂສມໜ້າໃໝ່ອ່ຽມບໍ່ຄືຜ່ານມາ.
ຫຼາຍປີຜ່ານມານີ້, ເຂດແຂວງ ແລະ ກຳແພງນະຄອນຕ່າງໆຢູ່ລຽບຕາມແມ່ນ້ຳຢາງຊີກ້ຽງເຊັ່ນ ແຂວງຈ່ຽງຊູ, ແຂວງຈ່ຽງຊີ່, ກຳແພງນະຄອນຊຽງໄຮ, ແຂວງຫູເປີຍ ເປັນຕົ້ນ ໄດ້ພາກັນປະຕິບັດໂຄງການອະນຸລັກສິ່ງແວດລ້ອມທຳມະຊາດເພື່ອ “ຄືນແມ່ນ້ຳ, ຝັ່ງນ້ຳທີ່ມີທິວທັດທຳມະຊາດອັນສວຍສົດງົດງາມໃຫ້ປະຊາຊົນ”, ພາບທຳມະຊາດທີ່ນ້ຳໃສຕາຝັ່ງຂຽວປາກົດຕົວຢູ່ສອງຟາກຝັ່ງແມ່ນ້ຳຢາງຊີກ້ຽງ ທີ່ເປັນແມ່ນ້ຳຫຼໍ່ລ້ຽງຊີວິດປະຊາຊາດຈີນ.
ວັນທີ 3 ເມສາ 2025 ນີ້, ທ່ານ ສີຈິ້ນຜິງ ໄດ້ຮ່ວມປູກຕົ້ນໄມ້ຢູ່ແຄມຝັ່ງແມ່ນ້ຳຢົງຕີ້ງ ນະຄອນຫຼວງປັກກິ່ງ ໂດຍໄດ້ປູກຕົ້ນໄມ້ຫຼາຍຕົ້ນ. ເພິ່ນເວົ້າກັບຫຼານນ້ອຍນັກຮຽນທັງຫຼາຍທີ່ຮ່ວມປູກຕົ້ນໄມ້ນຳກັນວ່າ: ປັດຸຈບັນ, ເນື້ອທີ່ປົກຫຸ້ມປ່າໄມ້ຂອງປະເທດຈີນໄດ້ບັນລຸຫຼາຍກວ່າ 25%, ໂດຍສາມາດປະກອບສ່ວນສ້າງພື້ນທີ່ສີຂຽວເພີ່ມໃໝ່ໃຫ້ທົ່ວໂລກປະມານ 25%.
ເວລາຜ່ານໄປຫຼາຍປີ, ປະຊາຊົນຈີນນຳໃຊ້ສອງຝາມືສາມາດສ້າງຜົນສຳເລັດທີ່ບໍ່ທຳມະດາ ຄືເປັນປະເທດທີ່ມີປະລິມານຊັບພະຍາກອນປ່າໄມ້ເພີ່ມຂຶ້ນຫຼາຍກວ່າໝູ່ຢູ່ໃນໂລກ, ພ້ອມທັງພາໃຫ້ເກີດມີເລື່ອງລາວທີ່ໜ້າປະທັບໃຈຢ່າງຫຼວງຫຼາຍກ່ຽວກັບຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.





