ອີງຕາມການເຊື້ອເຊີນຂອງຄະນະຜູ້ແທນເສດຖະກິດການຄ້າ ແຂວງບໍ່ແກ້ວ, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢູນນານ ຈີນ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ລະຫວ່າງວັນທີ 4-5 ມິຖຸນາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງແຂວງບໍ່ແກ້ວ, ມີຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ, ບໍລິສັດ ເປົາຫຼານ ການຄ້າຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢູນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢູນນານ) ຈໍາກັດ, ທະນາຄານ ລາວຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງແຂວງບໍ່ແກ້ວ ໃຫ້ຮູ້ວ່າ : ພາຍໃຕ້ການຊີ້ນໍາຂອງກົນໄກການຮ່ວມມືພາກເໜືອ ຂອງລາວກັບແຂວງຢູນນານ ຂອງຈີນ ເຮັດໃຫ້ການຮ່ວມມືລະຫວາງແຂວງບໍ່ແກ້ວ ແລະ ແຂວງຢູນນານໄດ້ຮັບຄວາມຄືບໜ້າຂຶ້ນໄປເລື້ອຍໆ, ຂອບເຂດການຮ່ວມມືນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ. ແຂວງບໍ່ແກ້ວມີທ່າແຮງທີ່ສ້າງຄວາມສະດວກໃຫ້ແກ່ການລົງທຶນ ເຊັ່ນ : ສະໜາມບິນສາກົນບໍ່ແກ້ວ ແລະ ເຂດເສດຖະກິດພິເສດສາມລ່ຽມຄໍາ ເຊິ່ງເປັນທ່າແຮງດ້ານການລົງທຶນ ແລະ ການພັດທະນາທີ່ດີ.
ການລົງທຶນຂອງນັກທຸລະກິດຈີນໄດ້ກາຍເປັນແຫຼ່ງລົງທຶນຂອງຕ່າງປະເທດໃຫຍ່ທີ່ສຸດຂອງແຂວງບໍ່ແກ້ວ ໂດຍສະເພາະການລົງທຶນໃນຂົງເຂດກະສິກໍາ, ພະລັງງານ ແລະ ແຮ່ທາດ, ອຸດສາຫະກໍາການຄ້າ, ການບໍລິການ, ການທ່ອງທ່ຽວ ແລະອື່ນໆ. ຄະນະຜູ້ແທນໄດ້ຍັງໄດ້ໄປຢ້ຽມຢາມສະຖານທີ່ກະສິກໍາ, ສູນການຂົນສົ່ງ, ສະໜາມກ໊ອຟພູກິ່ວລົມ, ໂຮງຮຽນປະຖົມດອກງິ້ວສາມລ່ຽມຄໍາ, ດ່ານສາກົນສາມລ່ຽມຄໍາ ແລະ ສະຖານທີ່ອື່ນໆ.
ທ່ານ ບຸນທອງ ແສງສີກອງ ຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມລ່ຽມຄໍາ ໄດ້ລາຍງານກ່ຽວກັບສະພາບການພັດທະນາ ເຂດເສດຖະກິດພິເສດ ສາມລ່ຽມຄໍາໃນໄລະຍະເວລາ 18 ປີຜ່ານທາ ແລະ ອະທິບາຍລາຍລະອຽດກ່ຽວກັບກົນໄກການຄຸ້ມຄອງເຂດເສດຖະກິດພິເສດຂອງລັດຖະບານ ໂດຍຊຸກຍູ້ການຍົກລະດັບການຫັນເປັນອຸດສາຫະກໍາ, ຮັກສາຄວາມສະຫງົບປອດໄພ, ຄວາມໜັ້ນຄົງ ແລະ ຄວາມມີສະຖຽນລະພາບຂອງພາກພື້ນ.
ນອກນັ້ນ, ຄະນະຮັບຜິດຊອບພະແນກການທີ່ກ່ຽວຂ້ອງຂອງແຂວງບໍ່ແກ້ວຍັງໄດ້ແນະນໍາກ່ຽວກັບການຈັດຕັ້ງວາງແຜນ ແລະ ການປະຕິບັດວຽກງານຂອງເຂດເສດຖະກິດພິເສດ ສາມລ່ຽມຄໍາໃນຂົງເຂດກະສິກໍາ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການຄ້າ ລວມທັງການເປັນເຂດເສດຖະກິດພິເສດລະດັບຊາດ ທີ່ລັດຖະບານລາວ ແລະ ວິສາຫະກິດຈີນ ຮ່ວມກັນສ້າງຕັ້ງຂຶ້ນ ມີຄວາມມຸ່ງໝັ້ນທີ່ຈະສ້າງເປັນຕົວແບບການຮ່ວມມືໃນພາກພື້ນພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ ”.






