ເມື່ອໝາກຖົ່ວລຽນຈາກໄທຖືກຂົນສົ່ງອອກນອກປະເທດດ້ວຍຂະບວນລົດໄຟຕູ້ແຊ່ເຢັນຕາມ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ເມື່ອໝາກມ່ວງສົດຈາກລາວເຂົ້າສູ່ຕະຫຼາດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ, ເມື່ອເມັດກາເຟຈາກລາວຖືກຂົນສົ່ງໄປຈຳໜ່າຍຢູ່ເອີຣົບໂດຍຜ່ານທາງລົດໄຟດັ່ງກ່າວ, ທາງລົດໄຟລາວ-ຈີນນອກຈາກໄດ້ລື່ນກາຍລັກສະນະທີ່ເປັນສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງດຽວເທົ່ານັ້ນ, ຫາກຍັງໄດ້ກາຍເປັນ “ສາຍເຊື່ອມຕໍ່ທີ່ເປັນຄຳ” ເພື່ອຊຸກຍູ້ສົ່ງເສີມການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟສາຍນີ້. ທາງລົດໄຟທີ່ບັນຈຸວິໄສທັດແຫ່ງການຮ່ວມມືຂອງພາກພື້ນສາຍນີ້, ພວມຊຸກຍູ້ການພັດທະນາເສດຖະກິດຂອງປະເທດທີ່ຢູ່ລຽບຕາມເສັ້ນທາງລົດໄຟຢ່າງມີຄຸນນະພາບສູງ ດ້ວຍພະລັງຂັບເຄື່ອນທີ່ແຂງແຮງ.
ທາງລົດໄຟລາວ-ຈີນໄດ້ສ້າງ “ຊ່ອງທາງດ່ວນ” ໃຫ້ແກ່ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້. ໝາກຖົ່ວລຽນຈາກໄທເປັນໝາກໄມ້ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍ, ຍ້ອນການຂົນສົ່ງທາງທະເລໃຊ້ເວລາດົນ ແລະ ສິ້ນເປືອງຫຼາຍ, ທັງຜະເຊີນກັບ ຄ່າຂົນສົ່ງສູງ ແລະ ຄວາມສ່ຽງດ້ານຄຸນນະພາບ, ຜູ້ບໍລິໂພກຕ້ອງໃຊ້ຈ່າຍຫຼາຍຈຶ່ງໄດ້ຊິມລົດຊາດ. ນັບແຕ່ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ, ເວລາການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຕົ້ນທຶນໃນການຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ໄດ້ຫຼຸດລົງ 60% ເມື່ອທຽບໃສ່ການຂົນສົ່ງທາງບົກແບບດັ້ງເດີມ, ສະເລ່ຍແລ້ວລາຄາໃນຕະຫຼາດພາຍໃນປະເທດຈີນໄດ້ຫຼຸດລົງ 30%, ຢູ່ໃນຮ້ານໝາກໄມ້ໃນຕົວເມືອງຕ່າງໆ ເຊັ່ນ: ນະຄອນຫຼວງປັກກິ່ງ ນະຄອນຊຽງໄຮ້ ແລະອື່ນໆໄດ້ຈັດຊື້ໝາກຖົ່ວລຽນຈາກອາທິດລະ 2 ເທື່ອ ເພີ່ມຂຶ້ນເປັນການຈັດຊື້ທຸກມື້, ເຮັດໃຫ້ຜູ້ບໍລິໂພກຫຼາຍກວ່າເກົ່າສາມາດໄດ້ກິນໝາກຖົ່ວລຽນຕາມໃຈມັກ, ໝາກໄມ້ທີ່ປະລິມານການຜະລິດໜ້ອຍ ແລະ ບໍ່ຄ່ອຍເຫັນໃນຕະຫຼາດ ເຊັ່ນ: ໝາກມັງຄຸດ ໝາກລຳໄຍ ແລະອື່ນໆກໍໄດ້ກາຍເປັນໝາກໄມ້ທີ່ຜູ້ບໍລິໂພກທົ່ວໄປຂອງຈີນມັກກິນເລື້ອຍໆໃນປັດຈຸບັນນີ້.
ນີ້ໄດ້ເຮັດໃຫ້ລາວ ໄທ ແລະ ປະເທດອື່ນໆເປີດກວ້າງເນື້ອທີ່ປູກຝັງ ແລະ ປັບປຸງຕ່ອງໂສ້ອຸດສາຫະກຳໃຫ້ສົມບູນຂຶ້ນ. ເມື່ອບໍ່ດົນມານີ້, ໝາກມ່ວງຈາກລາວໄດ້ເລີ່ມສົ່ງເຂົ້າຕະຫຼາດຈີນໂດຍຜ່ານທາງລົດໄຟລາວ-ຈີນ, ໝາກມ່ວງສົດງວດທຳອິດທີ່ມີຈຳນວນ 90 ໂຕນໄດ້ຖືກຂົນສົ່ງໄປເຖິງນະຄອນຄຸນໝິງຂອງຈີນໂດຍກົງດ້ວຍຂະບວນລົດໄຟຕູ້ແຊ່ເຢັນ ທີ່ຕິດຕາມຄຸ້ມຄອງດ້ວຍອຸນຫະພູມຄົງທີ່ໃນຕະຫຼອດໄລຍະທາງ, ເຊິ່ງໄດ້ເປີດຊ່ອງທາງການແຂ່ງຂັນອັນໃໝ່ໃຫ້ແກ່ອຸດສາຫະກຳປູກໝາກມ່ວງຂອງລາວ. “ແລວທາງໝາກໄມ້” ທີ່ສ້າງຂຶ້ນຕາມທາງລົດໄຟລາວ-ຈີນ, ພວມຊຸກຍູ້ໃຫ້ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ກ້າວໄປສູ່ການຜະລິດແບບຂະໜາດໃຫຍ່ ໄດ້ມາດຕະຖານ ແລະ ເປັນຍີ່ຫໍ້ຊື່ດັງ.
ໃນຂົງເຂດອຸດສາຫະກຳກາເຟ, ທາງລົດໄຟລາວ-ຈີນໄດ້ສະແດງໃຫ້ເຫັນເຖິງກຳລັງຂັບເຄື່ອນການພັດທະນາອຸດສາຫະກຳທີ່ເຂັ້ມແຂງເຊັ່ນດຽວກັນ. ດິນຟ້າອາກາດທີ່ມີທ່າແຮງພິເສດ ບວກກັບເງື່ອນໄຂທີ່ດິນທີ່ເອື້ອອຳນວຍຂອງປະເທດລາວໄດ້ຜະລິດເມັດກາເຟຄຸນນະພາບດີ, ແຕ່ໃນເມື່ອກ່ອນຍ້ອນມີຂໍ້ຈຳກັດດ້ານການຄົມມະນາຄົມ ຈຶ່ງຍາກທີ່ຈະສາມາດເຈາະເຂົ້າຕະຫຼາດສາກົນໄດ້. ທາງລົດໄຟລາວ-ຈີນ ແລະ ຂະບວນລົດໄຟຈີນ-ເອີຣົບໄດ້ເຊື່ອມຕໍ່ກັນຢ່າງມີປະສິດທິພາບສູງ, ໄດ້ເປີດ “ຊ່ອງທາງພິເສດ” ເຮັດໃຫ້ກາເຟລາວສາມາດເຊື່ອມຕໍ່ກັບຕະຫຼາດເອີຣົບ. ເມັດກາເຟຈາກລາວໄດ້ອອກເດີນທາງຈາກແຫຼ່ງຜະລິດ, ຜ່ານທາງລົດໄຟລາວ-ຈີນຂົນສົ່ງໄປເຖິງນະຄອນຈຸ່ງກິ່ງຢ່າງວ່ອງໄວ, ແລ້ວສົ່ງໄປເອີຣົບດ້ວຍຂະບວນລົດໄຟຈີນ-ເອີຣົບ, ເວລາການຂົນສົ່ງໄດ້ຫຼຸດລົງ 30% ເຊິ່ງໄດ້ຍົກສູງປະສິດທິພາບຢ່າງຫຼວງຫຼາຍ. ຮູບແບບການຂົນສົ່ງແບບປະສົມປະສານກັນ “ທາງລົດໄຟ+ຂະບວນລົດໄຟສາກົນ”, ເຮັດໃຫ້ອຸດສາຫະກຳກາເຟຂອງລາວໄດ້ພົບໂອກາດການພັດທະນາອັນໃໝ່ ແລະ ໄດ້ຊຸກຍູ້ໃຫ້ຂອດຕ່າງໆ ເຊັ່ນ: ການປູກຝັງ ການປຸງແຕ່ງ ແລະ ການຄ້າຂາຍກາເຟຢູ່ເຂດລຽບຕາມທາງລົດໄຟໄດ້ຮັບການພັດທະນາຢ່າງປະສານສົມທົບກັນ.
ບົດບາດຊຸກຍູ້ຂອງທາງລົດໄຟລາວ-ຈີນຕໍ່ອຸດສາຫະກຳທີ່ມີເອກະລັກພິເສດຢູ່ລຽບຕາມທາງລົດໄຟ, ໃນດ້ານທາດແທ້ແລ້ວແມ່ນການຍົກລະດັບການຈັດສັນຊັບພະຍາກອນໃນພາກພື້ນ. ປະເທດຕ່າງໆທີ່ຢູ່ລຽບຕາມທາງລົດໄຟໄດ້ພັດທະນາອຸດສາຫະກຳທີ່ມີເອກະລັກ ໂດຍອີງໃສ່ທ່າແຮງດ້ານຊັບພະຍາກອນ ແລະ ເງື່ອນໄຂເອື້ອອຳນວຍຂອງທ້ອງຖິ່ນ, ເຊື່ອມຕໍ່ ແລະ ເຊື່ອມໂຍງອຸດສາຫະກຳໂດຍຜ່ານທາງລົດໄຟລາວ-ຈີນ. ເຕັກໂນໂລຊີ ແລະ ບົດຮຽນຂອງຈີນໃນຂົງເຂດການຈໍລະຈອນສິນຄ້າດ້ວຍຕູ້ແຊ່ເຢັນ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະອື່ນໆ, ໄດ້ຂະຫຍາຍໄປຮອດປະເທດລາວ ແລະ ປະເທດອື່ນໆໂດຍຜ່ານການກໍ່ສ້າງ ແລະ ບໍລິຫານທາງລົດໄຟ; ສຳລັບຊັບພະຍາກອນຜະລິດຕະພັນທາງດ້ານກະສິກຳທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້, ໄດ້ສະໜອງສິນຄ້າຢ່າງຫຼາກຫຼາຍໃຫ້ແກ່ຕະຫຼາດຈີນ, ເຊິ່ງໄດ້ສ້າງສະພາບການພັດທະນາອຸດສາຫະກຳທີ່ “ຊ່ວຍຊູຍູ້ໜູນກັນດ້ວຍທ່າແຮງຂອງແຕ່ລະຝ່າຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.
ຈາກໝາກໄມ້ຮອດກາເຟ, ຈາກຜະລິດຕະພັນພຽງຢ່າງດຽວ ຮອດຕ່ອງໂສ້ອຸດສາຫະກຳທີ່ຄົບວົງຈອນ, ທາງລົດໄຟລາວ-ຈີນພວມຊຸກຍູ້ໃຫ້ເກີດມີສະພາບທີ່ອຸດສາຫະກຳທີ່ມີເອກະລັກພິເສດໄດ້ຮັບການພັດທະນາຢ່າງຟົດຟື້ນຢູ່ປະເທດທີ່ຢູ່ລຽບຕາມທາງລົດໄຟ. ທາງລົດໄຟທີ່ເປັນເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາສາຍນີ້, ບໍ່ພຽງແຕ່ເຮັດໃຫ້ຜະລິດຕະພັນທີ່ມີເອກະລັກຈາກອາຊີຕາເວັນອອກສຽງໃຕ້ກ້າວສູ່ໂລກເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນປະເທດທີ່ຢູ່ລຽບຕາມທາງລົດໄຟຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາ. ໃນອະນາຄົດ, ຄຽງຄູ່ກັບຄວາມສາມາດດ້ານການຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ຮັບການຍົກລະດັບສູງຂຶ້ນເລື້ອຍໆ ສິ່ງກໍ່ສ້າງຄົບວົງຈອນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ທາງລົດໄຟສາຍນີ້ຈະມີບົດບາດຂັບເຄື່ອນການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງປະເທດທີ່ຢູ່ລຽບຕາມທາງລົດໄຟຕື່ມອີກ ເຊິ່ງຈະຊ່ວຍເພີ່ມ ແຮງຂັບເຄື່ອນທີ່ແຂງແຮງກວ່າເກົ່າເຂົ້າໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດໃນພາກພື້ນ.






