ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ກ່ຽວກັບການສ້າງຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD

Jun 10, 2025

ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ IFAD ຈັດຂຶ້ນວັນທີ 9 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ລັກເຄເລ ອາເຊສ ຜູ້ຈັດການເເຜນງານ IFAD ປະຈຳ ສປປ ລາວ ມີບັນດາຜູ້ຕາງໜ້າກົມ ສະຖາບັນ ຜູ້ປະສານງານໂຄງການຂັ້ນສູນກາງ ແລະ ຄູ່ຮ່ວມພັດທະນາ ຕະຫຼອດຖິງພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີສົມບູນ ອຸນາວົງ ໄດ້ສະເເດງຄວາມຂອບໃຈ IFAD ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານການເງິນ ແລະ ການສະໜັບສະໜູນດ້ານວິຊາການແກ່ ສປປ ລາວ ເຊິ່ງໄດ້ປະກອບສ່ວນບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 ແລະ 10 “ອົງການ IFAD ເປັນຄູ່ຮ່ວມມືທີ່ສຳຄັນ ແລະ ໜ້າເຊື່ອຖືໄດ້ຂອງລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາຊົນນະບົດຂອງ ສປປ ລາວ ມັນເປັນສິ່ງສໍາຄັນທີ່ລັດຖະບານລາວ ແລະ IFAD ກໍ່ຄືບັນດາຄູ່ຮ່ວມພັດທະນາທີ່ສຳຄັນ ເພື່ອລາຍງານກ່ຽວກັບນະໂຍບາຍ ແລະ ບູລິມະສິດການພັດທະນາຂອງລັດຖະບານໃນປັດຈຸບັນ ແລະ ຕາມແຜນງານ ແລະ ນະໂຍບາຍ ແລະ ບຸລິມະສິດສຳຄັນຂອງ IFAD ກໍ່ຄືນະໂຍບາຍ ແລະ ບູລິມະສິດຂອງຍຸດທະສາດການຮ່ວມມືສະບັບໃໝ່ (2026-2031) ແລະ ບູລິມະສິດຂອງໂຄງໃໝ່ ລະຫວ່າງລາວ ແລະ ອົງການ IFAD”.
ພ້ອມນີ້ ໃນກອງປະຊຸມ ບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ຕີລາຄາກອບຍຸດທະສາດການຮ່ວມມື 2018-2025 ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານຊົນລະກະເສດ ແລະ ຜະລິດເປັນສີນຄ້າຂອງຊາວກະສິກອນຂະໜາດນ້ອຍ (PICSA) ເຊິ່ງໄດ້ປັບປຸງການລົງທຶນໃນພື້ນຖານໂຄງລ່າງຊົນລະປະທານ ແລະ ການຄຸ້ມຄອງອ່າງເກັບນ້ຳ ໂດຍການສ້າງການເຊື່ອມໂຍງຕະຫຼາດໃນຫຼາຍກວ່າ 353 ບ້ານ ແລະ ໄດ້ປັບປຸງວຽກໂພຊະນາການຢູ່ຂັ້ນໂຮງຮຽນ ແລະ ຊຸມຊົນ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (AFN II) ປັດຈຸບັນໄດ້ດຳເນີນຢູ່ 500 ບ້ານ ໃນ 20 ເມືອງຂອງ 6 ແຂວງ (ຜົ້ງສາລີ ອຸດົມໄຊ ຊຽງຂວາງ ອັດຕະປື ສາລະວັນ ແລະ ເຊກອງ) ເຊິ່ງໂຄງການດັ່ງກ່າວ ແມ່ນສືບຕໍ່ໂດຍອີງໃສ່ຜົນສຳເລັດຂອງໂຄງການໄລຍະໜຶ່ງ ເພື່ອສົ່ງເສີມການກະສິກໍາທີ່ທົນທານຕໍ່ດິນຟ້າອາກາດແບບຍືນຍົງ ໃຫ້ມີລາຍຮັບ ແລະ ໂພຊະນາການທີ່ດີຂຶ້ນ.
ທີ່ມາ: ວຽງຈັນໃໝ່