ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍທຂ ຊີ້ແຈງ ການເປ່ເພ ຊູດໂຊມຂອງເສັ້ນທາງ

Jun 11, 2025

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ 2025 ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນລາຍງານຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໂດຍສະເພາະບາງບັນຫາ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ ແລະ ເສັ້ນທາງສາຍຫຼັກຕ່າງໆ ມີສະພາບເປ່ເພ ຢ່າງໜັກໜ່ວງ.
ທ່ານໄດ້ຊີ້ແຈງບາງຕອນ ວ່າ: ປັດຈຸບັນສະພາບລວມ ຕາໜ່າງເສັ້ນທາງຫຼວງ ໃນທົ່ວປະເທດມາຮອດປີ 2024, ມີຄວາມຍາວທັງໝົດ 59,963 ກມ ໃນ ນັ້ນມີທາງຫຼວງແຫ່ງຊາດ 7,880 ກມ (13.14%); ທາງຫຼວງແຂວງ 8,653 ກມ (14.43%); ທາງ ຫຼວງເມືອງ 7,451 ກມ (12.43%); ທາງຕົວເມືອງ 4,265 ກມ (7.11%); ທາງຊົນນະບົດ 25,612 ກມ (42.71%) ແລະ ທາງສະເພາະ 6,101 ກມ (10.17%).
ປັດຈຸບັນສະພາບເສັ້ນທາງ ແລະ ຂົວສ່ວນຫຼາຍ ແມ່ນໄດ້ກໍ່ ສ້າງ ແລະ ນໍາໃຊ້ມາຫລາຍສິບປີແລ້ວ ເຮັດໃຫ້ໂຄງສ້າງຂອງທາງມີການເປ່ເພ, ຊຸດໂຊມຕາມອາຍຸການນຳໃຊ້, ຂາດງົບປະມານໃນການຟື້ນຟູ ໃຫຍ່ ຫລື ບຳລຸງຮັກສາຕາມຮອບວຽນຂອງເຕັກນິກ, ງົບປະມານທີ່ນຳໃຊ້ເຂົ້າໃນການສ້ອມແປງ ໃນແຕ່ ລະປີບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງໜ້າວຽກ, ຈຳນວນພາຫະນະ ແລະ ການຂົນສົ່ງ ສິນຄ້າໃນ ແຕ່ລະປີເພີ່ມຂຶ້ນ, ການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ພາຫະນະຂົນສົ່ງຂະໜາດໃຫ່ຍ ແມ່ນປະຕິບັດບໍ່ ໄດ້ດີ ລວມທັງຕາໜ່າງເສັ້ນທາງໃນປັດຈຸບັນສ່ວນຫຼາຍ ແມ່ນໄດ້ອອກແບບເພື່ອຮັບນ້ຳໜັກໄດ້ພຽງ 8.2 ກະຊວງ ໂຍທາທິການ ແລະ ຂົນສົ່ງ 1 ໂຕນ/ເພົາ ແລະ 9.1 ໂຕນ/ເພົາ ເປັນສ່ວນຫຼາຍ ແລະ ມີປະມານ 1000 ກມ ເທົ່ານັ້ນ ຮັບນໍ້າໜັກໄດ້ 11 ໂຕນ/ເພົາ (ມາດຕະຖານອາຊຽນ).
ປັດຈຸບັນທາງຫຼວງແຫ່ງຊາດ ຄວາມຍາວ 7,880 ກມ ໂດຍສະເພາະເສັ້ນທາງທີ່ເປັນທາງຫຼວງ ອາຊຽນຄວາມຍາວ 2855 ກມ ເປັນຕົ້ນ NR13N, NR13S, NR2, NR8 ແລະ ເສັ້ນທາງອື່ນໆ ແມ່ນ ສືບຕໍ່ຍົກລະດັບໃຫ້ໄດ້ 11 ໂຕນ/ເພົາ.
May be an image of 1 person and text that says 'ขาม ผม යവഗ เท สูวรม (ล9)'