ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 6-9 ມິຖຸນາ 2025, ຄະນະນໍາແຂວງອັດຕະປື ນໍາໂດຍ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆອັດຕະປື ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງເຂົ້າຮ່ວມງານສະເຫລີມສະຫລອງ ເທສະການບຸນທະເລ ຄັ້ງທີ XI ປີ 2025 ທີ່ນະຄອນ ຍາຈາງ ແຂວງແຄັງຮວ່າ ສສ ຫວຽດນາມ ໂດຍການຕ້ອນຮັບຂອງທ່ານ ຫງຽນ ເຕີນຕວນ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນ ແຂວງແຄັງຮວ່າ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ຫງຽນ ເຕີນຕວນ ໄດ້ກ່າວຕ້ອນຮັບ ຄະນະດັ່ງກ່າວ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງແຄັງຮວ່າ ແລະ ການຈັດເທສະການ ບຸນທະເລ ນະຄອນຍາຈາງ ຄັ້ງທີ XI ປີ 2025.
ທ່ານ ບຸນເສີດ ເສດທິລາດ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ຄະນະພັກ-ຄະນະນໍາ, ອົງການປົກຄອງແຂວງແຄັງຮວ່າ ທີ່ໄດ້ເຊື້ອເຊີນ ພ້ອມດ້ວຍການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ, ບົນຈິດໃຈສາມັກຄີມິດຕະພາບ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ, ປະຊາຊົນ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເຄີຍມີມູນເຊື້ອອັນດີງາມມາແຕ່ດົນນານ ເວົ້າລວມ ເວົ້າສະເພາະ ການຮ່ວມມື ລະຫວ່າງ ແຂວງອັດຕະປື ແລະ ແຂວງແຄັງຮວ່າ ທີ່ໄດ້ຮ່ວມກັນລົງນາມ ໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຮອບດ້ານ ໄລຍະປີ 2022-2026 ໃຫ້ນັບມືກວ້າງຂວາງ ເຂົ້າສູ່ລວງເລິກເທື່ອລະກ້າວ.
ຂ່າວ: ວິໄລສັກ ແກ້ວຫລວງໂຄດ





