ລັດຖະບານ ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບຸລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025 ເຊິ່ງວຽກຈຸດສຸມດັ່ງກ່າວ ຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ ໃຫ້ມີຄວາມສະຖຽນ ແລະ ສູ້ຊົນໝົດປີ 2025 ໃຫ້ຕົວເລກເງິນເຟີ້ຫລຸດລົງເປັນ 1 ຕົວເລກ; ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ແລະ ການໄຫລອອກເງິນຕາຕ່າງປະເທດ; ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ແລະ ຄັງສະສົມແຫ່ງຊາດ ໃຫ້ເພີ່ມຂຶ້ນຕື່ມ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດໃຫ້ຫລຸດລົງກວ່າເກົ່າ, ຫລຸດຄວາມແຕກໂຕນ ທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍ ຂອງພໍ່ຄ້າຄົນກາງ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດຳລົງຊີວິດຂອງ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ປະຊາຊົນບັນດາເຜົ່າ ໃນໄລຍະຜ່ານມາ ໃນກອນປະຊຸມສະໄໜສາມັນທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025. ພ້ອມກັນນັ້ນ, ລັດຖະບານ ຈະທົບທວນຄືນລາຄາໄຟຟ້າ ສຳລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບຂອງປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ດີຂຶ້ນ; ສຸມໃສ່ເກັບລາຍຮັບງົບປະມານ ຕາມຖານລາຍຮັບ ທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງການຫັນເປັນທັນສະໄໝ ໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ, ການເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ, ລາຍຮັບຈາກທີ່ດິນ. ຄຽງຄູ່ກັນນັ້ນ ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ ແລະ ບົນຈິດໃຈປະຢັດ.
ພ້ອມນີ້, ລັດຖະບານ ໄດ້ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊຳລະໄປຕາມສັນຍາ ແລະ ເຈ ລະຈາກັບບັນດາປະເທດເຈົ້າໜີ້ຈຳນວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້. ສັງຮວມແລ້ວ, ລັດຖະບານ ຕ້ອງຮັບປະກັນບໍ່ໃຫ້ປະເທດ ຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ, ກໍສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ນອກຈາກໃຫ້ບຸລິມະສິດ ໃນການຈັດສັນແຫລ່ງທຶນປົກກະຕິແລ້ວ ລັດຖະບານ ຍັງສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫລຸດຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ 2024 ພູດຂອງສູນກາງສ່ວນໜຶ່ງ (500-800 ຕື້ກີບ); ສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດ ທີ່ບໍ່ຖືກຕ້ອງ ໂດຍໄດ້ມອບໃຫ້ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ ເຊິ່ງຄະນະດັ່ງກ່າວ ພວມສຸມໃສ່ແກ້ໄຂ ເປັນແຕ່ລະກໍລະນີ.



