ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາລະວັນ ເປີດສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

Jun 11, 2025

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ພິທີເປີດສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ຈັດຂຶ້ນໃນວັນທີ 10 ມິຖຸນາ 2025 ທີ່ບ້ານໜອງບູ່ຫີນ ເມືອງ ແລະ ແຂວງສາລະວັນ ເພື່ອຮອງຮັບນໍາບັນດາເປົ້າໝາຍເສບຢາເສບຕິດ ໄປປິ່ນປົວຟື້ນຟູ ເພື່ອເຮັດໃຫ້ພວກເຂົາ ມີສຸຂະພາບຈິດທີ່ດີ, ມີສຸຂະພາບແຂງແຮງ, ຕິດພັນກັບການຝຶກວິຊາຊີບ ເພື່ອກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຫລຸດໜ້ອຍຖອຍລົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນະເສດຖະກິດ-ສັງຄົມ ດີຂຶ້ນເທື່ອລະກ້າວ ໂດຍການເປັນປະທານເປີດສູນດັ່ງກ່າວຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ພົນຈັດຕະວາ ກອງສະຫວັດ ບູນລ້ຽງ ຫົວໜ້າກົມໃຫຍ່ຕໍາຫລວດ ພ້ອມດ້ວຍບັນດາພະແນກການ, ອົງການຈັດຕັ້ງມະຫາຊົນ, ຄະນະຮັບຊອບຂັ້ນແຂວງ-ເມືອງ ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຫົວໜ້າກອງປັນຊາການ ປກສ ແຂວງສາລະວັນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ກ່ຽວກັບຜູ້ຖືກເຄາະຮ້າຍບັນຫາຢາເສບຕິດ ການແກ້ໄຂແມ່ນໄດ້ນໍາໄປຝາກຢູ່ຄ້າຍຄຸມຂັງ, ເຊິ່ງເປັນການແກ້ໄຂເບື້ອງຕົ້ນ ບໍ່ໄດ້ຮັບການປິ່ນປົວຕາມອາການ ເນື່ອງຈາກແຂວງສາລະວັນ ບໍ່ທັນມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ມາໃນປີ 2021 ພະຍາດໂຄວິດ-19 ໄດ້ມີລະບາດຢູ່ແຂວງສາລະວັນ, ການນໍາແຂວງສາລະວັນ ຈຶ່ງໄດ້ຕົກລົງສ້າງສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຂຶ້ນ ໂດຍໄດ້ຮັບການຊ່ວຍເຫລືອ ຈາກກະຊວງສາທາລະນະສຸກ 6 ຕື້ກີບ ແລະ ທຶນສົມທົບຂອງແຂວງ 500 ລ້ານກີບ ລວມມູນຄ່າການກໍ່ສ້າງທັງໝົດ 6,5 ຕື້ກີບ ແລະ ໄດ້ສໍາເລັດການກໍ່ສ້າງໃນປີ 2023.
ຫລັງຈາກນັ້ນພະຍາດໂຄວິດ-19 ຢຸດເຊົາ,ຄະນະກອງບັນຊາການ ປກສ ແຂວງ ໄດ້ນໍາສະເໜີອົງການປົກຄອງແຂວງ ເພື່ອຂໍອະນຸມັດສູນປິ່ນປົວພະຍາດໂຄວິດ-19 ມາເປັນສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ຕາມຂໍ້ຕົກລົງ ຂອງເຈົ້າແຂວງສາລະວັນ ສະບັບເລກທີ 526/ຈຂ.ສວ, ລົງວັນທີ 13 ມີນາ 2025, ສະນັ້ນ, ເພື່ອສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ແລະ ສາມາດຮັບຮອງໄດ້ກັບບັນຫາດັ່ງກ່າວ, ກອງບັນຊາການ ປກສ ແຂວງສາລະວັນ ຈຶ່ງໄດ້ສະເໜີງົບປະມານນໍາລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ 1,3 ຕື້ກວ່າກີບ ເພື່ອນໍາມາປັບປຸງຂັ້ນຫ້ອງປິ່ນປົວ, ເຮືອນຄົວ, ເຮັດຮົ້ວອ້ອມ, ເຄື່ອງຮັບໃຊ້ ແລະ ພື້ນຖານໂຄງລ່າງຈໍານວນໜຶ່ງ. ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປະກອບມີ 4 ຫລັງຄື: ອາຄານ A ມີ 2 ຫ້ອງ (ກໍານົດຫ້ອງເຮັດວຽກຂອງພະນັກງານ 1 ຫ້ອງ, ຫ້ອງສະແກນເຄື່ອງ, ບັນຊີ, ຮັບຄໍາຮ້ອງຕ່າງໆ), ອາຄາ B ມີ 1 ຫ້ອງໃຫຍ່, 5 ຫ້ອງນ້ອຍ ແຕ່ລະຫ້ອງມີຫ້ອງນໍ້າຕິດ, ສາມາດຮອງຮັບ ຜູ້ຕິດຢາເສບຕິດໄດ້ 193 ຄົນ, ອານຄານ C ມີ 1 ຫ້ອງໃຫຍ່, 5 ຫ້ອງນ້ອຍ ສາມາດຮອງຮັບຜູ້ຕິດຢາເສບຕິດໄດ້ 163 ຄົນ ແລະ ມີເຮືອນພັກພະນັກງານປະຈໍາສູນ.
ຂ່າວ-ພາບ: ແກ້ວວິໄລ ດວງຄໍາ