ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ.ເກົາຫຼີ ມອບຄອມພີວເຕີຕັ້ງໂຕະໃຫ້ລາວ 500 ຊຸດ

Jun 11, 2025

ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫຼີໂດຍຜ່ານສະມາຄົມສິລະປະແຊຣິງ ສ.ເກົາຫຼີ ໄດ້ມອບຄອມພີວເຕີຕັ້ງໂຕະ(ມືສອງ) ຈໍານວນ 500 ຊຸດມູນຄ່າ 85,490 ໂດລາ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໃນວັນທີ 10 ມິຖຸນາຜ່ານມາ ທີ່ກະຊວງດັ່ງກ່າວຕາງໜ້າມອບໂດຍແຂວງຊຸງຊອງນຳໂດ ແລະ ສະມາຄົມສິລະປະແຊຣິງ ສ.ເກົາຫຼີ, ໃຫ້ກຽດຮັບໂດຍທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງຈຳນວນດັ່ງກ່າວໄດ້ມອບຕໍ່ໃຫ້ກະຊວງປ້ອງກັນຄວາມສະຫງົບ 100 ຊຸດ, ກະຊວງສຶກສາທິການ ແລະ ກິລາ 50 ຊຸດ, ກະຊວງພາຍໃນ 100 ຊຸດ, ກະຊວງອຸດສາຫະກຳ ແລະ ການຄ້າ 100 ຊຸດ ແລະ ກະຊວງຮສສ 150 ຊຸດ. ໂອກາດນີ້, ທ່ານນາງ ແກ້ວຈັນທະວີໄຊ ໄດ້ມອບໃບຍ້ອງຍໍໃຫ້ແຂວງຊຸງຊອງນຳໂດ ແລະ ສະມາຄົມສິນລະປະແຊຣິງ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້.
ທີ່ມາ: ຂ່າວສານຮສສ