ໃນໂອກາດລົງເຄື່ອນໄຫວຽກງານຢູ່ແຂວງຊຽງຂວາງ ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມພະນັກງານຫລັກແຫລ່ງເມືອງຄູນ ໂດຍເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມຢູ່ພາຍໃນເມືອງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ ຫລຸດໜ້ອຍຖອຍລົງ, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ກໍຄືຂອງແຂວງ ໃຫ້ປະສົບຜົນສຳເລັດຕາມແຜນທີ່ກຳນົດໄວ້.
ພ້ອມນີ້, ກໍໃຫ້ເອົາໃຈໃສ່ໃນວຽກງານການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານການແກ້ໄຂຄວາມທຸກຍາກ ຂອງເມືອງ ກໍຄື ຂອງແຂວງ; ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານການທ່ອງ ທ່ຽວຢ່າງແຂງແຮງ ໂດຍສົມທົບແໜ້ນກັບຜູ້ປະກອບການ ກໍຄື ທຸກພາກສ່ວນໃນສັງຄົມ ຈັດຕັ້ງປະຕິບັດໜ້າວຽກຕ່າງໆໃຫ້ມີປະສິດທິຜົນ ແລະ ໄດ້ຮັບຜົນດີ ຕິດພັນກັບການຊຸກຍູ້ ແລະ ສົ່ງເສີມການ ທ່ອງທ່ຽວຂອງເມືອງໃຫ້ ເປັນຂະບວນການຟົດຟື້ນ, ມີສີສັນ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ.
ໂອກາດນີ້, ທ່ານ ຄຳຫລ້າ ສີດວງໄຊ ເຈົ້າເມືອງໆຄູນ ກໍໄດ້ລາຍງານສະພາບການພັດທະນາເສດ ຖະກິດ-ສັງຄົມຂອງເມືອງ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ສະເພາະເມືອງຄູນ ເສດຖະກິດຂະຫຍາຍ ຕົວສະເລ່ຍໃນລະດັບ 4,7%/ປີ, ສະເລ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 16.547.000 ກີບ/ຄົນ/ປີ, ເພີ່ມຂຶ້ນ 7.967.000 ກີບ; ການສົ່ງເສີມການຜະລິດສະບຽງອາຫານ, ການລ້ຽງສັດ ແລະ ການປູກພືດ ເປັນສິນຄ້າ ໂດຍສຸມໃສ່ການຍົກສູງສະມັດຕະພາບຂອງການຜະລິດ ເຊິ່ງຜະລິດເຂົ້າໄດ້ທັງໝົົດ 11.505,15 ໂຕນ, ສະເລ່ຍ 287 ກິໂລ/ຄົນ/ປີ; ມີກຸ່ມສະຫະກອນ 5 ກຸ່ມ ແລະ ກຸ່ມການຜະລິດ 20 ກຸ່ມ, ຫລາຍຄອບຄົວກາຍເປັນຕົວແບບທາງດ້ານການຜະລິດກະສິກໍາ, ເດັ່ນກວ່າໝູ່ແມ່ນກຸ່ມປູກພືດຜັກ ເຊິ່ງສາມາດສົ່ງພືດຜັກອອກຕ່າງເມືອງ ແລະ ຕ່າງແຂວງ ສະເລ່ຍປະມານ 42 ໂຕນ/ວັນ. ສ່ວນການປັບປຸງອົງການບໍລິຫານລັດ ແລະ ກົງຈັກການຈັດຕັ້ງຕາມທິດກະທັດຮັດ, ສົມເຫດ, ສົມຜົນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ, ອົງການປົກຄອງບ້ານສາມາດຄຸ້ມຄອງບໍລິຫານບ້ານໄປຕາມ 5 ໜ່ວຍງານເປັນຢ່າງດີ, ສຳເລັດການປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານບ້ານໄດ້ 76 ບ້ານ. ໃນນັ້ນ, ນາຍບ້ານຄວບຕໍາແໜ່ງເປັນເລຂາພັກບ້ານກວມ 100%, ສ້າງບ້ານເຂັ້ມແຂງ ໜັກແໜ້ນໄດ້ 45 ບ້ານ ແລະ ສຳເລັດການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ.
ຂ່າວ: ບຸນມີ ແສງທຸມມີ



