ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງ ບໍລິຄຳໄຊ ສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ

Jun 17, 2025

ໃນວັນທີ 12 ມິຖຸນາ 2025 ທີ່ ສໍານັກງານປົກຄອງເມືອງ ວຽງທອງ, ແຂວງບໍລິຄຳໄຊ, ອົງການກາແດງແຂວງ ບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ ວັນທີ 14 ມິຖຸນາ ເຊິ່ງປີນີ້ແມ່ນເມືອງວຽງທອງເປັນເຈົ້າພາບ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ທອງລິດ ສິດທິອຳພາ ຮັກສາການຮອງເຈົ້າເມືອງ, ທ່ານ ສີສຸພັນ ວົງວິໄລ ຫົວໜ້າອົງການກາແດງແຂວງ, ຄູບາ ໄມຄານ ໄຊຍະສານ ເຈົ້າອະທິການວັດຫ້ວຍຫອຍ, ຮອງປະທານ ອພສ ເມືອງ, ມີບັນດາການນໍາຂອງເມືອງ, ພ້ອມດ້ວຍແຂກຮັບເຊີນຈາກຕ່າງເມືອງອ້ອມຂ້າງ, ຂະແໜງການກ່ຽວຂ້ອງ ແລະ ຜູ້ບໍລິຈາກເລືອດ ເຂົ້າຮ່ວມ.
ພິທີ ທ່ານ ທອງລິດ ສິດທິອໍາພາ ໃຫ້ຮູ້ວ່າ: ວັນທີ 14 ມິຖຸນາຂອງທຸກປີ ແມ່ນວັນຜູ້ບໍລິຈາກເລືອດໂລກ ຊຶ່ງຢູ່ຫຼາຍປະເທດໃນທົ່ວໂລກ ໄດ້ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງ ເພື່ອເປັນການ ສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ທີ່ເຂົາເຈົ້າໄດ້ມອບຂອງຂວັນ ທີ່ມີຄ່າທີ່ສຸດຕໍ່ຊີວິດ ດ້ວຍຄວາມສະຫມັກໃຈ ເພື່ອຊ່ວຍຄົນເຈັບ ໃນແຕ່ລະປີຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ ເຊິ່ງໃນແຕ່ລະປີ ອົງການອານາໄມໂລກໂລກ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ພ້ອມດ້ວຍຫນ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ກໍ່ໄດ້ມີການກໍານົດຄໍາຂວັນເພື່ອສະເຫລີມສະຫລອງ ທີ່ແຕກຕ່າງກັນ ສະເພາະ ປີ 2025 ນີ້ ຈັດຂຶ້ນພາຍໃຕ້ຄໍາຂັວນທີວ່າ “ໃຫ້ເລືອດ, ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ” ປີນີ້ ຕົວເລກຄາດໝາຍທີ່ອົງການກາແດງແຫ່ງຊາດລາວວາງໃຫ້ແຂວງ ບໍລິຄຳໄຊ ແມ່ນ 3.200 ຖົງ ເຊິ່ງໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດຈັດຕັ້ງແລະປະຕິບັດໄດ້ແລ້ວ 1,191 ຖົງເທົ່າກັບ 37,21% ຂອງແຜນການປີ ໂອກາດນີ້ ທ່ານ ສີສຸພັນ ວົງວິໄລ ຫົວໜ້າອົງການກາແດງ ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຮັບບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ ຂອງອົງການກາແດງແຂວງ, ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ພ້ອມກັນສະໝັກໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໃຫ້ມີຄວາມປອດໄພ ແລະເຮັດໃຫ້ຜູ້ບາດເຈັບທີ່ຕ້ອງການນຳໃຊ້ເລືອດ ສາມາດກັບຄືນມາໃຊ້ຊີວິດຕາມປົກກະຕິ ໃນສັງຄົມໄດ້ເທື່ອລະກ້າວ. ໃນພິທີຄັ້ງນີ້ໄດ້ມີການປະກອບຄຳເຫັນຈາກຜູ້ທີ່ເຄີຍບໍລິຈາກເລືອດຫຼາຍຄັ້ງ ແລະ ຜູ້ທີ່ນໍາໃຊ້ເລືອດເປັນປະຈໍາໃນການປິ່ນປົວສຸຂະພາບ, ພ້ອມທັງຈັດກິດຈະກຳບໍລິຈາກເລືອດໂດຍມີຜູ້ສະໝັກໃຈເຂົ້າຮ່ວມບໍລິຈາກເລືອດ 50 ຄົນ ຍິງ 11 ຄົນ ໄດ້ກວດຜ່ານໄດ້ເລືອດທັງໝົດ 45 ຖົງ ເຊິ່ງແມ່ນໄດ້ຮັບຈາກພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ ແລະ ພະນັກງານມາຈາກອົງການກາແດງແຂວງອີກຈຳນວນໜຶ່ງ, ໃນພິທີບໍລິຈາກເລືອດຍັງມີຜູ້ອຸປະຖຳເປັນເງິນສົດ ແລະ ວັດຖຸ ໃນນັ້ນແມ່ນໄດ້ຮັບຈາກແຂວງ ແລະ ເມືອງ ເພື່ອໃຊ້ເຂົ້າໃນວຽກງານດັ່ງກ່າວ.
ພາບ – ຂ່າວ ທອງວັນດີ