ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 13 ມິຖຸນາ 2025

Jun 17, 2025

 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊື່ງທ່ານໄດ້ຍົກໃຫ້ວ່າ: ປີທ່ອງທ່ຽວລາວ 2024 ໄດ້ຈັດຂື້ນໃນວັນທີ 23 ພະຈິກ 2023 ພ້ອມດຽວກັນກັບບຸນນະມັດສະການພະທາດຫຼວງ ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະ ຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ2 ລະດັບ ຄື: ກິດຈະກໍາລະດັບຊາດ ປະກອບມີ 14 ກິດຈະກໍາ, ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງປະ ກອບມີ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5% ຍ້ອນບາງແຂວງຍັງບໍ່ມີເງື່ອນໄຂດ້ານຄວາມພ້ອມ ຈື່ງບໍ່ສາມາດປະຕິບັດໄດ້ຢ່າງສົມບູນ. ພ້ອມດຽວກັນນີ້ລັດຖະບານໄດ້ມີນະໂຍບາຍຍົກ ເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍຈໍານວນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວລາວຫຼາຍຂຶ້ນ ເຮັດໃຫ້ຕົວເລກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ເຂົ້າມາທ່ຽວລາວລື່ນຄາດໝາຍ ຖ້າທຽບໃສ່ປີ 2023. ນັກທ່ອງທ່ຽວພາຍໃນ ມີຈໍານວນ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວໄດ້ຫລາຍກວ່າ 632 ລ້ານໂດລາ. ນັກທ່ອງທ່ຽວສາກົນມີຈໍານວນ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ສາ ມາດກະຈາຍລາຍຮັບໄດ້ຫລາຍກວ່າ 1ຕື້ 138 ລ້ານໂດລາ; ສໍາລັບເດືອນມັງກອນ ເຖິງເດືອນມິນາ ປີນີ້ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ, ເພີ່ມຂື້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ຫລາຍກວ່າ 426 ລ້ານໂດລາ.
ທ່ານ ນາງ ສວຍເພັດ ທອງສົມບັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 8 ແຂວງຫົວພັນ ປະ ກອບຄໍາເຫັນວ່າ: ເຖິງວ່າມີນັກທ່ອງທ່ຽວເຂົ້າມາທ່ຽວລາວກໍ່ຄືແຂວງຫົວພັນເປັນຈໍານວນຫລາຍ ແລະສ້າງລາຍຮັບຈາກການທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ໄດ້ດີສົມຄວນ ແຕ່ເຫັນວ່າພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ເປັນຕົ້ນເສັ້ນທາງຈາກນະຄອນຫລວງວຽງຈັນຫາບັນດາແຂວງພາກເໜືອຍັງພົບຄວາມຫຍຸ້ງຍາກໃນການເດີນທາງສະນັ້ນສະເໜີໃຫ້ລັດຖະບານເລັ່ງປັບປຸງແກ້ໄຂຢ່າງຮີບດ່ວນ ເພື່ອດຶງດູດນັກທ່ອງທ່ຽວມາແລ້ວຢາກມາອີກ.
ທ່ານ ແກ້ວລັດຕະນະ ສີຫາວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ສະເໜີໃຫ້ລັດຖະບານກໍ່ຄືກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ປັບປຸງລະບົບການເກັບກຳຂໍ້ມູນຕົວເລກນັກທ່ອງທ່ຽວໃຫ້ລະອຽດຕື່ມ ເນື່ອງຈາກວ່າບັນຫານີ້ຕິດພັນກັບການເກັບພັນທະເຂົ້າກອງທືນທ່ອງທ່ຽວໃຫ້ຄົບຖ້ວນ ເພື່ອນໍາໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວໃຫ້ດີຂື້ນ ລວມເຖິງການປັບປຸງລະບົບຂົນສົ່ງສາທາລະນະເພື່ອໃຫ້ບໍລິການນັກທ່ອງທ່ຽວ.
ສໍາລັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນບ່າຍມື້ນີ້ ສະມາຊິກສະພາແຫ່ງຊາດ ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະປະກອບຄໍາເຫັນກ່ຽວກັບວຽກງານການສະຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ.