ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟ EMU “ຂະບວນລ້ານຊ້າງ” ຂະບວນທີ 5 ໄດ້ເດີນທາງມາຮອດ ສປປ ລາວ ແລ້ວ

Jun 17, 2025

ເມື່ອວັນທີ 13 ເດືອນມິຖຸນາ 2025 ນີ້, ລົດໄຟ EMU “ຂະບວນລ້ານຊ້າງ”ລຸ້ນ CR200J ຂະບວນທີ 5 ຂອງທາງລົດໄຟລາວ-ຈີນ ໄດ້ເດີນທາງມາຮອດລາວຢ່າງສຳເລັດຜົນ ອັນເປັນຂີດໝາຍສຳຄັນທີ່ຊີ້ໃຫ້ເຫັນເຖິງການຍົກລະດັບຂີດຄວາມສາມາດໃນການຂົນສົ່ງຂອງທາງລົດໄຟລາວ-ຈີນ ໄດ້ກ້າວຂຶ້ນສູ່ອີກຂັ້ນໃຫມ່ຢ່າງເປັນຮູບປະທຳ.
ລົດໄຟຂະບວນດັ່ງກ່າວນີ້ ມີການອອກແບບລັກສະນະພາຍນອກທີ່ສືບຕໍ່ຈາກ “ຂະບວນລ້ານຊ້າງ”ທີ່ຜ່ານມາ ດ້ວຍການໃຊ້ສີແດງ, ສີຟ້າ ແລະ ສີຂາວ ຕາມສັນຍະລັກຂອງທຸງຊາດລາວ. ຂະບວນລົດໄຟປະກອບມີຕູ້ລົດຂັບເຄື່ອນ, ຕູ້ລົດທີ່ບໍ່ມີແຮງຂັບເຄື່ອນ ແລະ ຕູ້ລົດຄວບຄຸມ (ຫ້ອງຄົນຂັບ), ພ້ອມດ້ວຍບ່ອນນັ່ງຊັ້ນທຸລະກິດ, ບ່ອນນັ່ງຊັ້ນຫນຶ່ງ, ບ່ອນນັ່ງຊັ້ນສອງ ແລະ ສິ່ງອໍານວຍຄວາມສະດວກສໍາລັບຄົນພິການ, ສາມາດບັນຈຸຜູ້ໂດຍສານໄດ້ທັງໝົດ 632 ທ່ານ. ການອອກແບບຂອງລົດໄຟ EMU “ຂະບວນລ້ານຊ້າງ” ແມ່ນໄດ້ຄໍານຶງເຖິງສະພາບອາກາດ ແລະ ສະພາບພູມີປະເທດຂອງລາວຢ່າງເຕັມທີ່ ຕັ້ງແຕ່ໄລຍະອອກແບບເບື້ອງຕົ້ນ ເພື່ອໃຫ້ສາມາດດຳເນີນງານໄດ້ຢ່າງເຕັມປະສິດທິພາບພາຍໃຕ້ສະພາບແວດລ້ອມຂອງປະເທດລາວ.
ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ລາຍງານຕໍ່ນັກຂ່າວວ່າ, ຫຼັງຈາກນຳໃຊ້ລົດໄຟ EMU “ຂະບວນລ້ານຊ້າງ” ຂະບວນທີ 5, ແມ່ນຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຂົນສົ່ງຜູ້ໂດຍສານໃນຊ່ວງເທດສະການ ແລະ ຊ່ວງການທ່ອງທຽວ, ຍົກສູງປະສິດທິພາບການແລ່ນລົດ ແລະ ລະດັບການບໍລິການ, ພ້ອມທັງຄາດວ່າຈະຂະຫຍາຍໄລຍະເວລາການຈອງປີ້ລົດໄຟລ່ວງໜ້າໃຫ້ຍາວຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານສາມາດວາງແຜນການເດີນທາງໄດ້ລ່ວງໜ້າ.
ນັບແຕ່ທາງລົດໄຟລາວ-ຈີນເປີດດໍາເນີນງານໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງໂດຍສານສະສົມໄດ້ບັນລຸເຖິງ 9,650,000 ເທື່ອຄົນ, ຂົນສົ່ງຜູ້ໂດຍສານຂ້າມແດນໄດ້ບັນລຸ 530,000 ເທື່ອຄົນ; ປະເພດສິນຄ້າທີ່ຂົນສົ່ງຫຼາຍກວ່າ 3000 ຊະນິດ, ປະລິມານການຂົນສົ່ງສິນຄ້າໄດ້ສະສົມບັນລຸ 13,910,000 ໂຕນ, ເຮັດໃຫ້ທາງລົດໄຟລາວ-ຈີນກາຍເປັນເສັ້ນທາງຄົມມະນາຄົມທີ່ສໍາຄັນໃນການການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ລາວ ແລະ ສາກົນ, ໄດ້ມີບົດບາດທີ່ນັບມື້ນັບພົ້ນເດັ່ນຂຶ້ນ ໃນການຮັບໃຊ້ການໄປມາຫາສູ່ກັນຂອງປະຊາຊົນ, ພ້ອມດຽວກັນນັ້ນ ກໍຍັງໄດ້ຊຸກຍູ້ສົ່ງເສີມການແລກປ່ຽນເສດຖະກິດການຄ້າໃນພາກພື້ນໃຫ້ມີຄວາມຄຶກຄື້ນຍິ່ງໆຂຶ້ນ.
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງໄດ້ມີຄໍາເຫັນວ່າ: ການມາຮອດຂອງລົດໄຟ EMU ຂະບວນທີ 5 ຈະຊ່ວຍຍົກລະດັບການຂົນສົ່ງທາງລົດໄຟຂອງລາວໃຫ້ມີປະສິດທິພາບຫຼາຍຂຶ້ນອີກບາດກ້າວໜຶ່ງ, ເຮັດໃຫ້ການເດີນທາງໄປມາຂອງພໍ່ແມ່ປະຊາຊົນລາວສະດວກສະບາຍຂຶ້ນ, ທັງເປັນການຊຸກຍູ້ວິວັດທະນາການຄວາມທັນສະໄໝດ້ານຄົມມະນາຄົມຂອງລາວ ແລະ ເສີມຂະຫຍາຍບົດບາດການເປັນສູນກາງຂອງ ສປປ ລາວໃນການເຊື່ອມໂຍງເຊື່ອມຈອດລະຫວ່າງພາກພື້ນ ແລະ ລະບົບການຂົນສົ່ງຂ້າມແດນ.