ເດືອນມິຖຸນາ ແລະ ເດືອນກໍລະກົດຂອງທຸກປີແມ່ນລະດູແຫ່ງການເກັບກ່ຽບໝາກລິນຈີ່ຂອງຈີນ. ໃນລາຊະວົງຖັງຂອງຈີນມີບົດກະວີໄດ້ພັນລະນາວ່າ: ລົດມ້າຄັນໜຶ່ງແລ່ນເຂົ້າມາຢ່າງວ່ອງໄວ, ຢູ່ທາງຫຼັງມີຂີ້ຝຸ່ນປິວຂຶ້ນທອງຟ້າ. ພະສະໜົມເອກມອງເຫັນກໍຍິ້ມຢ່າງມີຄວາມສຸກ. ບໍ່ມີໃຜຮູ້ວ່າ ມ້າໄວນັ້ນແມ່ນຂົນເອົາໝາກລິນຈີ່ສົດໆມາຖວາຍ. ໃນສະໄໝລາຊະວົງຖັງເປັນເວລາພັນກວ່າປີກ່ອນ, ເພື່ອໃຫ້ສະໜົມເອກຂອງຕົນໄດ້ກິນໝາກລິນຈີ່ສົດ, ເຈົ້າຊີວິດໄດ້ສັ່ງໃຫ້ລູກນ້ອງຂົນສົ່ງໝາກລິນຈີ່ຈາກພາກໃຕ້ຂອງຈີນທີ່ຫ່າງໄກຈາກນະຄອນຫຼວງສາງອ່ານ 2.500 ກວ່າກິໂລແມັດດ້ວຍມ້າໄວແບບແຂ່ງກັບເວລາ. ປັດຈຸບັນ, ໝາກລິນຈີ່ຢູ່ພາກໃຕ້ຂອງຈີນຖ້າເດັດແຕ່ຮຸ່ງເຊົ້າ, ຕອນບ່າຍກໍຈະຖືກຂົນສົ່ງໄປເຖິງພາກເໜືອຂອງຈີນ ດ້ວຍລະບົບຈໍລະຈອນສິນຄ້າທີ່ວ່ອງໄວ.
ຂະແໜງການຈໍລະຈອນສິນຄ້າຂອງຈີນໄດ້ຮັບການພັດທະນາແບບກ້າວກະໂດດຂັ້ນ, ໄດ້ຂົນສົ່ງໝາກໄມ້ສົດຢ່າງວ່ອງໄວ ດ້ວຍວິທະຍາສາດເຕັກໂນໂລຊີ. ຢູ່ເຂດຜະລິດໝາກລິນຈີ່, ເຮືອບິນບໍ່ມີຄົນຂັບໄດ້ຂົນສົ່ງໝາກລິນຈີ່ຈາກໄຮ່ນາໄປເຖິງສູນຈໍລະຈອນສິນຄ້າທ້ອງຖິ່ນ, ຫຼັງຈາກນັ້ນ, ໄດ້ຂົນສົ່ງໄປຕະຫຼາດທາງໄກດ້ວຍເຮືອບິນເໝົາລຳ, ຂະບວນລົດໄຟຄວາມໄວສູງ ຫຼື ລົດບັນທຸກສິນຄ້າແຊ່ເຢັນ ເພື່ອສົ່ງໄປເຖິງລູກຄ້າພາຍໃນເວລາ 24 ຊົ່ວໂມງ; ການຈັດສັນຕາມໃບສັ່ງຊື້ສິນຄ້າແບບອັດຕະໂນມັດ ແລະ ການຂົນສົ່ງສິນຄ້າຈາກແຫຼ່ງຜະລິດໄປເຖິງລູກຄ້າໂດຍກົງ ໄດ້ຊຸກຍູ້ການພັດທະນາຂອງຂະແໜງອຸດສາຫະກຳ.
ເຕັກໂນໂລຊີທັນສະໄໝ, ເຄືອຂ່າຍຄົມມະນາຄົມຂົນສົ່ງທີ່ສະດວກວ່ອງໄວ ແລະ ນະໂຍບາຍທີ່ຖືກຕ້ອງ ເຮັດໃຫ້ການຂົນສົ່ງສິນຄ້າຂອງຈີນກາຍເປັນອັນດັບໜຶ່ງຂອງໂລກ ບໍ່ວ່າໃນດ້ານຄວາມໄວ ຫຼື ດ້ານປະລິມານການຂົນສົ່ງ. ໃນສະໄໝບູຮານ, ມີແຕ່ສະໜົມເອກຈິ່ງສາມາດໄດ້ກິນໝາກລິນຈີ່ສົດ, ແຕ່ໃນສະໄໝປັດຈຸບັນ, ປະຊາຊົນທົ່ວໄປຢູ່ທາງພາກເໜືອຂອງຈີນ ກໍ ໄດ້ກິນເຊັ່ນດຽວກັນ. ໝາກລິນຈີ່ນ້ອຍໆກາຍເປັນສັກຂີພິຍານໃຫ້ແກ່ການພັດທະນາແບບກ້າວກະໂດດຂັ້ນຂອງຈີນ ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຊີ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທັງໄດ້ສະແດງໃຫ້ເຫັນເຖິງອະນາຄົດທີ່ກວ້າງໄກຂອງຂະແໜງການຈໍລະຈອນສິນຄ້າຂອງຈີນ.






