ມີຮູບຖ່າຍເກົ່າໃບໜຶ່ງກ່ຽວກັບທ່ານ ສີຈົ້ງຊຸ່ນ ພໍ່ຂອງ ທ່ານ ສີຈິ້ນຜິງ ໜຶ່ງໃນອະດີດຜູ້ນຳຈີນ ກຳລັງໂອ້ລົມສົນທະນາກັບພະນັກງານທ້ອງຖິ່ນຢ່າງສະໜິດສະໜົມຢູ່ທົ່ງນາ, ສ່ວນທ່ານ ສີຈິ້ນຜິງ ກໍຕັ້ງໃຈຢືນຟັງຢູ່ທາງຫຼັງ.
ຮູບຖ່າຍດັ່ງກ່າວແມ່ນໄດ້ບັນທຶກພາບປະທັບໃຈອັນລ້ຳຄ່າ ຄື ເດືອນສິງຫາ ປີ 1978, ໃນໄລຍະທີ່ທ່ານສີຈົ້ງຊຸ່ນ ຜູ້ເປັນພໍ່ເຮັດວຽກຢູ່ແຂວງກວາງຕຸ້ງ, ທ່ານ ສີຈິ້ນຜິງ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລຊິງຮວາທີ່ນະຄອນຫຼວງປັກກິ່ງ ໄດ້ໃຊ້ເວລາຍາມພັກຮ້ອນເພື່ອເຂົ້າຮ່ວມການເຄື່ອນໄຫວພຶດຕິກຳສັງຄົມ ໂດຍໄດ້ຕິດຕາມພໍ່ລົງພື້ນຖານຢູ່ຊົນນະບົດ.
ພໍ່ບອກສອນ ແລະ ເຮັດເປັນແບບຢ່າງໃຫ້ແກ່ລູກ ໄດ້ສົ່ງອິດທິພົນໃຫ້ແກ່ທ່ານ ສີຈິ້ນຜິງ ຢ່າງເລິກເຊິ່ງແບບບໍ່ຮູ້ສຶກຕົວ. ສິ່ງນີ້ແມ່ນສາມາດເຫັນໄດ້ຈາກຈົດໝາຍອວຍພອນວັນເກີດທີ່ທ່ານ ສີຈິ້ນຜິງ ຝາກໄປເຖິງພໍ່.
ວັນທີ 15 ຕຸລາ 2001, ຄອບຄົວໄດ້ຈັດງານລ້ຽງສະຫຼອງວັນເກີດຄົບຮອບ 88ປີ ໃຫ້ ທ່ານ ສີຈົ້ງຊຸ່ນ, ຄອບຄົວ ແລະ ໝູ່ເພື່ອນຍາດຕິພີ່ນ້ອງໄດ້ມາເຕົ້າໂຮມກັນ ເພື່ອສະຫຼອງວັນເກີດໃຫ້ເພິ່ນຢ່າງເບີກບານມ່ວນຊື່ນ. ນີ້ແມ່ນການເຕົ້າໂຮມຄວາມສາມັກຄີພາຍໃນຄອບຄົວຄັ້ງຍິ່ງໃຫຍ່ທີ່ຫາຍາກ, ພຽງແຕ່ຂາດຜູ້ໜຶ່ງຄືທ່ານ ສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນເທົ່ານັ້ນ.
ໃນຕອນນັ້ນ, ທ່ານ ສີຈິ້ນຜິງ ຄາວຽກລັດຖະການຫຼາຍ, ບໍ່ມີເວລາເມື່ອຢາມບ້ານແທ້ໆ, ເພິ່ນຈຶ່ງຂຽນຈົດໝາຍອວຍພອນວັນເກີດສະບັບໜຶ່ງ ທີ່ເຕັມໄປດ້ວຍຄວາມຮັກແພງຢ່າງດູດດື່ມສົ່ງໄປເຖິງພໍ່ດ້ວຍຄວາມລະອາຍໃຈຂອງຜູ້ເປັນລູກ.
ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ສະບັບນີ້ໄດ້ລະບຸໂດຍກົງວ່າ: ໄດ້ສືບທອດຄຸນສົມບັດສິນທຳປະຕິວັດທີ່ສູງສົ່ງຫຼາຍຢ່າງຈາກພໍ່, ຮຽນເອົາບູລຸດສະທຳນຳພໍ່, ຮຽນເອົາວິທີການເຮັດວຽກນຳພໍ່, ຮຽນເອົາແບບຢ່າງຂອງພໍ່ທີ່ມີຄວາມໝາຍໝັ້ນສະແຫວງຫາຄວາມເຊື່ອ, ຮຽນເອົານ້ຳໃຈອັນບໍລິສຸດຕໍ່ປະຊາຊົນນຳພໍ່ ແລະ ຮຽນເອົາແບບແຜນການດຳລົງຊີວິດທີ່ປະຢັດມັດທະຍັດ ແລະ ລຽບງ່າຍນຳພໍ່.
ເນື້ອໃນຈົດໝາຍໄດ້ລະບຸດ້ວຍຄວາມດູດດື່ມວ່າ: “ພໍ່ເຮັດວຽກເພື່ອປະຊາຊົນຈີນປຽບເໝືອນງົວເຖົ້າໂຕໜຶ່ງທີ່ໄຖນາດ້ວຍຄວາມອົດທົນຢ່າງງຽບໆ. ສິ່ງນີ້ໄດ້ກະຕຸກຊຸກຍູ້ໃຫ້ລູກທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຕະຫຼອດຊີວິດຂອງຕົນເຂົ້າໃນພາລະກິດຮັບໃຊ້ປະຊາຊົນ.”
ໃຈຄວາມດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເຄົາລົບນັບຖືຢ່າງຈິງໃຈຂອງທ່ານ ສີຈິ້ນຜິງ ທີ່ມີຕໍ່ພໍ່. ເມື່ອຄອບຄົວອ່ານຈົດໝາຍແລ້ວໆ, ທ່ານ ສີຈົ້ງຊຸ່ນ ກໍເຂົ້າໃຈລູກທີ່ສຸດ, ເພິ່ນເວົ້າກັບຄອບຄົວ ແລະ ໝູ່ເພື່ອນຍາດຕິພີ່ນ້ອງວ່າ: “ມັນສົມຄວນຖືໜ້າວຽກເປັນສິ່ງສຳຄັນ, ຖືວຽກໃຫຍ່ຂອງຊາດເປັນສິ່ງສຳຄັນ”,“ການຮັບໃຊ້ປະຊາຊົນ ຄືຄວາມກະຕັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດ!”
ຍ້ອນໄດ້ຮັບອິດທິພົນຈາກຄອບຄົວປະຕິວັດ, ທ່ານ ສີຈິ້ນຜິງ ຈຶ່ງມີຄວາມຫ່ວງໃຍປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.
ເດືອນກັນຍາ ປີ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຢວີຫຼິນ ແຂວງສ້ານຊີ່ ນັ້ນໄດ້ເດີນທາງໄປຢ້ຽມຢາມອະນຸສອນສະຖານຄະນະພັກເຂດສຸຍເຕີ ເຊິ່ງເປັນບ່ອນເຮັດວຽກ ແລະ ດຳລົງຊີວິດຂອງພໍ່ໃນສະໄໝປະຕິວັດ, ສິ່ງກໍ່ສ້າງຢູ່ໃນເດີ່ນອະນຸສອນສະຖານໄດ້ຖືກສ້ອມແປງຄືນເໝືອນເດີມ ເປັນຕົ້ນ ສະຖານທີ່ເຮັດວຽກຂອງສຳນັກງານຄະນະພັກເຂດສຸຍເຕີໃນສະໄໝປະຕິວັດແລະອື່ນໆ,ໂດຍຫ້ອງວາງສະແດງຂອງອະນຸສອນສະຖານຖືກກໍ່ສ້າງໃຫ້ເປັນແບບເຮືອນຖ້ຳໃນເມື່ອກ່ອນ, ໃນຫ້ອງວາງສະແດງຫຼັກ ມີຕົວໜັງສືສອງແຖວທີ່ສະດຸດຕາຂຽນວ່າ: “ຢືນຢູ່ຂ້າງປະຊາຊົນຊາວຜູ້ອອກແຮງງານຫຼວງຫຼາຍທີ່ສຸດ”,“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງທີ່ສຸດ”.
ຄຳເວົ້ານີ້ແມ່ນໃຊ້ສັບທ້ອງຖິ່ນຂອງເຂດກ່ວນຈົ່ງ ໃນພາກກາງຂອງແຂວງສ້ານຊີ່, ເມື່ອຫວນຄືນເຖິງຄຳເວົ້າແບບພາສາທ້ອງຖິ່ນດັ່ງກ່າວຂອງທ່ານ ສີຈົ້ງຊຸ່ນ ຜູ້ເປັນພໍ່, ທ່ານ ສີຈິ້ນຜິງ ຮູ້ສຶກປະທັບໃຈຫຼາຍ.
ຫຼາຍສິບປີຜ່ານມານີ້, ໃນໄລຍະເຮັດວຽກເປັນການນຳ ນັບຈາກບ້ານຫຼຽງເຈ່ຍເຫີ ແຂວງສ້ານຊີ່ ຮອດເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ຈາກແຂວງຟູຈ້ຽນ ຮອດແຂວງເຈີ້ຈ່ຽງ, ຈາກນະຄອນຊຽງໄຮ້ ຮອດນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ຂັ້ນຮາກຖານເລື້ອຍໆ: ແຂ່ງລົມແຮງ ຫິມະຕົກໜັກ, ແຂ່ງແດດກ້າ, ລຸຍທາງດິນຕົມ, ຂຶ້ນພູຂ້າມຫ້ວຍ, ນັ່ງຕຽງເຕົາໄຟ, ນັ່ງຕັ່ງນ້ອຍໂອ້ລົມສົນທະນາກັບປະຊາຊົນຜູ້ທຸກຍາກ, ກິນເຂົ້າແບບລຽບງ່າຍຮ່ວມກັບຊາວບ້ານ, ລົມເລື່ອງລາວຊີວິດປະຈຳວັນກັບຊາວ ບ້ານແບບເປັນກັນເອງ…ທ່ານ ສີຈິ້ນຜິງ ໄດ້ປະຕິບັດຕົວຈິງໃຫ້ສົມກັບຄວາມຫວັງທີ່ພໍ່ຝາກໄວ້ນຳຕົນເອງເປັນຢ່າງຍິ່ງ, ໂດຍໄດ້ປະຕິບັດຕາມຈຸດປະສົງ ຄື “ຮັບໃຊ້ປະຊາຊົນຢ່າງສຸດໃຈ” ດ້ວຍການກະທຳຕົວຈິງ.
“ບໍ່ວ່າລູກຈະເປັນເຈົ້າໃຫຍ່ນາຍໂຕສູງສ່ຳໃດກໍຕາມ, ຢ່າສູ່ຫຼົງລືມການຮັບໃຊ້ປະຊາຊົນດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຄິດເພື່ອປະຊົນຢ່າງແທ້ຈິງ, ຕ້ອງໃກ້ຊິດຕິດແທດມະຫາຊົນ, ເປັນກັນເອງກັບປະຊາຊົນ.” ຄຳເວົ້າຈາກໃຈຈິງຂອງພໍ່ໄດ້ກາຍເປັນເປົ້າໝາຍທີ່ທ່ານ ສີຈິ້ນຜິງ ສູ້ຊົນສະແຫວງຫາມາຕະຫຼອດຊີວິດ.






