ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານລາວ ມອບຫຼຽນກາມິດຕະພາບໃຫ້ຫົວໜ້າສູນວັດທະນະທຳຈີນປະຈຳລາວ

Jun 17, 2025

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ຫົວໜ້າສູນວັດທະນະທຳຈີນປະຈຳລາວ ທີ່ໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບລາວ-ຈີນ ຂຶ້ນໃນວັນທີ 13 ມິຖຸນາຜ່ານມານີ້ ທີ່ສູນວັດທະນະທຳຈີນປະຈຳລາວ.
ອີງຕາມກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ ສພຊ ປີ 2021, ອີງຕາມໜັງສືສະເໜີຂອງກະຊວງ ຖວທ ສະບັບເລກທີ 124/ຖວທ ປີ 2025 ພ້ອມດ້ວຍໜັງສືສະເໜີຈາກທຸກພາກສ່ວນທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍການປະດັບຫຼຽນກາມິດຕະພາບໃຫ້ທ່ານ ນາງ ຫຼີ ຍີ່ຜິງ ຫົວໜ້າສູນວັດທະນະທຳຈີນປະຈຳລາວ ທີ່ມີຜົນງານດີເດັ່ນປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງ ເສີມພັດທະນາຊັບພະຍາກອນມະນຸດ ແລກປ່ຽນວັດທະນະທຳໃນຂະແໜງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ ໃນໄລຍະປີ 2021-2025 ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຕາງໜ້າລັດຖະບານປະດັບຫຼຽນໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳລາວ, ມີຫົວໜ້າກົມ-ຮອງກົມ ພ້ອມແຂກຖືກເຊີນເຂົ້າຮ່ວມ. ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ