ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຕິດຕາມຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ ນະຄອນປາກເຊ

Jun 17, 2025

ວັນທີ​ 16 ມິຖຸນາ​ 2025,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ທ່ານ ສຸພາບ​ ທໍາມະຮັກສາ​ ເລຂາຄະນະ​ບໍລິຫານ​ງານ​ພັກ​ນະຄອນ, ທ່ານ​ ສຸກ​ວິໃສ​ ສີ​ສົມຫວັງ​ ເຈົ້ານະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ -​ ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ​ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ,​ ຄະນະພັກ​ -​ ອົງການປົກຄອງບ້ານ​ພັດທະນາໂພນໄຊ​ ເຂົ້າຮ່ວມ.​
ທ່ານ​ ສຸກ​ວິໃສ​ ສີ​ສົມຫວັງ​ ເຈົ້ານະຄອນປາກເຊ​ ໃຫ້ຂໍ້ມູນວ່າ: ການສ້ອມແປງ -​ ກໍ່ສ້າງເສັ້ນທາງ​ ຢູ່ຂອບເຂດບ້ານໂພນໄຊ ຄັ້ງ​ນີ້​ ມີ​ 2​ ເສັ້ນທາງ​ ຄື: ເສັ້ນທາງເລກທີ 24 ແລະ 46,​ຮູບແບບການສ້ອມແປງ​ – ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ​ ກໍານົດໄວ້ ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ​ + ທາງຄົນຍ່າງ ກວ້າງ 1.5 ແມັດ x 2 ເບື້ອງ ເປັນ 3 ແມັດ, ລວມ 15 ແມັດ​,​ ຍາວ 320 ແມັດ,​ ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ.​
ເສັ້ນທາງເລກທີ 46,​ ກວ້າງ 9 ແມັດ,​ ທາງຄົນຍ່າງ ກວ້າງ 1.5 ແມັດ​ x 2 ເບື້ອງ ເປັນ 3 ແມັດ,​ ລວມ 12 ແມັດ,​ ຍາວ 393 ແມັດ​ x ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ ໂດຍແມ່ນບໍລິສັດ​ ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ​ – ກໍ່ສ້າງ​ ມູນຄ່າປະມານ 10​ ຕື້ກີບ​ ​ເຊິ່ງເປັນທຶນໄດ້ມາຈາກການລະດົມຂອງຄະນະພັກ -​ ອົງການປົກຄອງແຂວງຈໍາປາສັກ​ ແລະ ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ,​ ບໍລິສັດ,​ ຫົວໜ່ວຍທຸລະກິດ,​ ນະຄອນປາກເຊ ແລະ​ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.