ສຳມະນາຮ່າງລາຍງານການເມືອງຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງ ນວ ຈັດຂຶ້ນວັນທີ 16 ມິຖຸນາ 2025 ທີ່ຫ້ອງປະຊຸມສຳນັກງານປົກຄອງ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ມີບັນດາຄະນະປະຈຳພັກຄະນະພັກ ນວ ເລຂາພັກເມືອງເຈົ້າເມືອງ ເລຂາຄະນະພັກຮາກຖານຫົວໜ້າພະແນກ ອົງການທຽບເທົ່າ ອະນຸກຳມະການເນື້ອໃນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັກດອນ ໄດ້ກ່າວເປີດກອງປະຊຸມວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອເນັ້ນໃສ່ສ້າງຄວາມເຂົ້າໃຈເປັນເອກະພາບຢ່າງຮອບດ້ານ ໃນຂະບວນການສ້າງຮ່າງເອກະສານເນື້ອໃນທີ່ສຳຄັນຂອງກອງປະຊຸມໃຫຍ່ອົງຄະນະພັກ ໃນນາມເປັນຕົວແທນຂອງສະມາຊິກພັກຕົວແທນຂອງທົ່ວສັງຄົມທົ່ວ ນວ ພວກເຮົາມີຄວາມຮັບຜິດຊອບເກັບກຳ ແລະ ສະໜອງຂໍ້ມູນສັງລວມໄດ້ສິ່ງທີ່ຍອດຍິ່ງ ໝາກຜົນການນຳພາຊີ້ນຳຂອງຄະນະບໍລິຫານງານພັກພາຍໃຕ້ການນຳພາຂອງສູນກາງພັກ ພວກເຮົາຕ້ອງສາມາດສະຫຼຸບສັງລວມບັນດາພຶດຕິກຳຕົວຈິງ ການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນ ໂດຍມີບັນດາເລຂາຄະນະພັກຢູ່ແຕ່ລະຂົງເຂດ ພະແນກການ ເມືອງ ຜູ້ນຳພາ ຜູ້ເຮັດວຽກຕົວຈິງ ຜູ້ຜັນຂະຫຍາຍປະຕິບັດມະຕິຂອງພັກ ທັງໝົດຜົນງານຕົວຈິງຕ້ອງນຳມາສັງລວມຈາກນັ້ນແມ່ນການຖອດບົດຮຽນຈາກສິ່ງທີ່ຍັງຄົງຄ້າງ ຈາກສິ່ງທີ່ຍັງເຫັນວ່າບໍ່ທັນເຂັ້ມແຂງ ຈາກອັນທີ່ບໍ່ມີປະສິດທິຜົນ ພ້ອມກັນຄົ້ນຄິດການປັບປຸງປ່ຽນແປງ ກຳນົດວິທີການ ກຳນົດທິດທາງແຜນການ ກົນໄກຈະຈັດຕັ້ງປະຕິບັດ ວາງຄາດໝາຍ ໂດຍເຍືອງໃສ່ທ່າແຮງ ກາລະໂອກາດສິ່ງທ້າທ້າຍ ແລະ ການຄາດຄະເນສະພາບການຕໍ່ໜ້າ ເວົ້າລວມແລ້ວ ນອກຈາກການສັງລວມຜົນໄດ້ຮັບການຕີລາຄາຈຸດອ່ອນຂໍ້ຄົງຄ້າງໃນຜ່ານມາ ອັນສຳຄັນທີ່ພວກເຮົາຈະພ້ອມກັນກຳນົດທິດທາງແຜນການໃນຕໍ່ໜ້າ.
ສຳລັບຮ່າງ 2 ເອກະສານເຊິ່ງຕ້ອງໄດ້ສືບຕໍ່ປັບປຸງນັບທັງໂຄງບົດ ຮູບແບບ ແລະ ເນື້ອໃນຂໍ້ມູນຕົວເລກ ຂ້າພະເຈົ້າສະເໜີສຳລັບເນື້ອໃນມະຕິພວກເຮົາຕ້ອງສາມາດສັງລວມຜົນງານໃຫ້ເປັນລັກສະນະທິດສະດີໄດ້ຈາກພຶດຕິກຳຕົວຈິງ ເປັນທິດສະດີທີ່ສ່ອງແສງໃຫ້ເຫັນບົດຮຽນພຶດຕິກຳຕົວຈິງ ທີ່ມີລັກສະນະກ້າວໜ້າ ສຳຄັນຕ້ອງສ່ອງແສງໃຫ້ເຫັນວ່າການຈັດຕັ້ງຜັນຂະຫຍາຍແນວທາງທີ່ຖືກຕ້ອງຂອງພັກ ໄດ້ນຳມາເຊິ່ງຜົນສຳເລັດ ແນ່ນອນກົນໄກວິທີການຜັນຂະຫຍາຍແນວທາງອາດຈະມີຫຼາຍວິທີຫຼາຍຮູບການ ເຊິ່ງຈາກພຶດຕິກຳຕົວຈິງ ພວກເຮົາຕ້ອງສຸມໃສ່ຄົ້ນຄິດ ສັງລວມ ມີວິທີການເກັບກຳຂໍ້ມູນ ມີວິທີວິເຄາະ ແລະ ຕີລາຄາຂໍ້ມູນທີ່ໄດ້ຮັບເວລາ ແຕ່ນີ້ຮອດມື້ກອງປະຊຸມໃຫຍ່ ພ້ອມກັນເສຍສະຫຼະຕ້ອງຕັດສິນໃຈ ພ້ອມກັນສ້າງເນື້ອໃນເອກະສານສຳຄັນຂອງກອງປະຊຸມຄັ້ງນີ້ມີຄວາມແທດເຖິງຕົວຈິງ ແລະ ຮັບປະກັນເປັນທິດທາງ ໃຫ້ທົ່ວ ນວ ສາມາດພ້ອມກັນຜັນຂະຫຍາຍປະຕິບັດໃນຕໍ່ໜ້າໃຫ້ມີຜົນສຳເລັດດີຂຶ້ນ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບຮ່າງລາຍງານການເມືອງ ຂອງອົງຄະນະພັກ ນວ ຈາກທ່ານ ຄຳພ້າວ ໂພຂາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ນວ ຄະນະຮັບຜິດຊອບຄົ້ນຄວ້າອະນຸເນື້ອໃນ ແລະ ຮັບຟັງການລາຍງານກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງ ນວ ຈາກທ່ານ ສິງຄຳ ເຢຍລີເຮີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ຄະນະອະນຸກຳມະການເນື້ອໃນ.
ທີ່ມາ: ວຽງຈັນໃໝ່






