ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໜ່ວຍປະສານງານປະຈຳພື້ນທີ່ຊາຍແດນແຂວງຄຳມ່ວນ ແລະ ນະຄອນພະນົມ ຮ່ວມລາດຕະເວນທາງນ້ຳ

Jun 17, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໜ່ວຍປະສານງານ ປະຈຳພື້ນທີ່ຊາຍແດນແຂວງຄຳມ່ວນ ສປປ ລາວ ແລະ ຊຸດປະສານງານປະຈຳພື້ນທີ່ຊາຍແດນ ແຂວງນະຄອນພະນົມ ແຫ່ງຣາຊະອານາຈັກໄທ ເປີດການຝຶກຊ້ອມລາດຕະເວນທາງນ້ຳ ຄັ້ງທີ 3 ຮ່ວມກັນ ເມື່ອບໍ່ດົນມານີ້ ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຕາແສງອາດສາມາດ, ເມືອງນະຄອນພະນົມ ແຂວງນະຄອນພະນົມ ໂດຍມີທ່ານ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຄໍາມ່ວນ ຫົວໜ້າໜ່ວຍປະສານງານ ປະຈຳພື້ນທີ່ຊາຍແດນແຂວງຄຳມ່ວນ ສປປ ລາວ ແລະ ທ່ານ ພົນເຮືອຕີ ນະລົງ ເອມດີ ຜູ້ບັນຊາການ ໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ພ້ອມດ້ວຍພະນັກງານ-ວິຊາສະເພາະ ໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ເຂດນະຄອນພະນົມເຂົ້າຮ່ວມ.
ການຝຶກຊ້ອມລາດຕະເວນຮ່ວມທາງນ້ຳໃນຄັ້ງນີ້ ກໍເພື່ອຄວາມເປັນເອກະພາບໃນການປະສານງານຢ່າງກົມກຽວຂອງທັງສອງຝ່າຍ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງທີ່ຜິດກົດໝາຍ ລວມເຖິງການກໍ່ອາຊະຍາກຳ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມບໍລິເວນຊາຍແດນ ຂອງທັງສອງປະເທດ ເວົ້າລວມ, ເວົ້າສະເພາະ ຂອບເຂດຊາຍແດນຂອງສອງແຂວງຄຳມ່ວນ ແລະ ແຂວງນະຄອນພະນົມ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ທັງເປັນການສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີ ຂອງທັງສອງປະເທດ ກໍຄືສອງແຂວງຄຳມ່ວນ-ນະຄອນພະນົມ ໃນການແກ້ໄຂບັນຫາດັ່ງກ່າວ ແລະ ເພື່ອໃຫ້ປະຊາຊົນທັງສອງແຂວງ ທຳມາຫາກິນ ແລະ ໄປ-ມາຫາສູ່ກັນຢ່າງເປັນລະບຽບ ແລະ ຖືກຕ້ອງຕາມລະບຽບກົດໝາຍຊາຍແດນ. ນອກຈາກນີ້, ຍັງເປັນການຝຶກຊ້ອມໃຫ້ພະນັກງານ-ວິຊາສະເພາະຂອງທັງສອງຝ່າຍ ມີຄວາມຊໍານິຊໍານານ ແລະ ມີຄວາມເປັນເອກະພາບ ໃນການປະສານງານກັນຢ່າງກົມກຽວສູງຂຶ້ນກວ່າເກົ່າ.