ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະ​ສ້າງ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ໜຽວ​ແໜ້ນ​ໄດ້​ຄື​ແນ​ວ​ໃດ

Jun 18, 2025

ຕົວ​ເລກ​ຂໍ້​ມູ​ນ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ ໃນ​ສັງ​ຄົມ​ຈີນ​ບັນ​ລຸ​ເຖິງ 4132,6 ຕື້​ຢວນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​ໃສ່​ເດືອນ​ພຶ​ດ​ສະ​ພາ​ປີ​ຜ່ານ​ມາ; ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 5,8% ເມື່ອ​ທຽບ​ໃສ່​ເດືອນ​ພຶດ​ສະ​ພາ​ປີ​ຜ່ານ​ມາ; ຍອດ​ມູນ​ຄ່າ​ຂາ​ເຂົ້າ​-ຂາ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ບັນ​ລຸ​ເຖິງ 3809,8 ຕື້ຢວນ, ເພີ່ມ​ຂຶ້ນ 2,7% ເມື່ອ​ທຽບ​ໃສ່​ເດືອນ​ພຶດ​ສະ​ພາ​ປີ​ຜ່ານ​ມາ, ໃນ​ນັ້ນ, ການສົ່ງ​ອອກ 2276,7 ຕື້ຢວນ, ເພີ່ມ​ຂຶ້ນ 6,3%. ສື່ມວນ​ຊົນ​ສາ​ກົນ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ເສດ​ຖະ​ກິດ​ຈີນ​ວ່າ: “ຈັງ​ຫວະ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 17 ເດືອນ”, “ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໜຽວ​ແໜ້ນ”, “ຕົວ​ເລກ​ດັດ​ຊະ​ນີ​ສຳ​ຄັນ​ບັນ​ລຸ​ເກີນ​ຄວາມ​ຄາດ​ໝາຍ” ແລະ​ອື່ນໆ.
ເມື່ອ​ສັງ​ເກດ​ຈາກ​ສະ​ພາບ​ແວດ​ລ້ອມ​ພາຍ​ນອກ​ແລ້ວ​ເຫັນ​ວ່າ: ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ການ​ເຈ​ລະ​ຈາ​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ ແລະ ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່ສຳ​ຄັນ ເຊິ່ງ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ການປັບ​ປຸງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດການ​ຄ້າລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ແລະ ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ. ເມື່ອ​ສັງ​ເກດ​ຈາກ​ພາຍ​ໃນ​ແລ້ວ​ເຫັນ​ວ່າ: ເສດ​ຖະ​ກິດ​ຈີນ​ມີ​ສະ​ພາບ​ການ​ພັດ​ທະ​ນາ​ພື້ນ​ຖານ​ທີ່​ດີ, ມີ​ຕະຫຼາດ​​ທີ່ກວ້າງ​ໃຫຍ່​ໄພ​ສານ ແລະ ມີ​ທ່າ​ແຮງບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ, ເມື່ອ​ຄວາມ​ຕ້ອງ​ການ​ພາຍນອກຫຼຸດ​ໜ້ອຍ​ລົງ​ແລ້ວ ສາ​ມາດ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ ດ້ວຍ​ວິ​ທີ​ຫັນ​ການ​ສົ່ງ​ອອກ​ມາ​ເປັນ​ການ​ຈຳ​ໜ່າຍ​ພາຍ​ໃນ​ປະ​ເທດ.
ນອກ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເຊັ່ນ​ດຽວ​ກັນ. ນັບ​ແຕ່​ເດືອນ​ກັນ​ຍາ​ປີກາຍ​ນີ້​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຈີນ​ໄດ້​ວາງ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ຕ່າງໆ ເພື່ອ​ຮັກ​ສາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ. ແຜນ​ປະ​ຕິ​ບັດ​ງານ​ເພື່ອ​ຊຸກ​ຍູ້ສົ່ງ​ເສີມ​ການ​ບໍ​ລິ​ໂພກ ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ​ນີ້ ໄດ້​ເປີດກວ້າງ​ຄວາມ​ຕ້ອງ​ການ​ຂອ​ງ​ພາຍ​ໃນ​ປະ​ເທດ, ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ການ​ຜ​ະ​ລິດ ແລະ ເຮັ​ດ​ໃຫ້​ເສດ​ຖະ​ກິດ​ຈີນ​ມີ​ພະ​ລັງ​ຊີ​ວິດ​ໃໝ່. ທັງ​ໝົດ​​ນີ້ ລ້ວນ​ແຕ່​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ສາ​ມາດ​ຮັບ​ມື​ກັບໄພ​ຂົ່ມ​ຂູ່ ແລະ ​ສິ່ງ​ທ້າ​ທາຍຕ່າງໆ​ທີ່​ເກີດ​ຂຶ້ນ.
ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື​ເສດ​ຖ​ກິດ​ການ​ຄ້າ​​ລະ​ຫວ່າງຈີນ-ອາ​ເມ​ຣິ​ກາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່ ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ແນ່ນອນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ. ແຕ່​ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຮົາ​ຄວນ​ເຫັນ​ໄດ້​ວ່າ: ສະ​ພາບ​ແວດ​ລ້ອມ​ພາຍນອກ​ຂອງ​ຈີນ​ຍັງ​ມີ​ຄວາມ​ສັບ​ສົນ​ຂ້ຽວ​ຂາດ ແລະ ປັດ​ໄຈ​ຄວາມ​ບໍ່​ແນ່ນອນ​ກໍ​ຍັງ​ມີ​ອ່າວຫຼາຍ. ໂດຍ​​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ຈີນ​ຈະ​ຍຶດ​ໝັ້ນ​ພັດ​ທະ​ນາ​ຕົນ​ເອງ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ຮັບ​ມື​ກັບ​ຄວາມ​ບໍ່​ແນ່ນອນ​ຂອງ​ສະ​ພາບ​ແວດ​ລ້ອ​ມ​ພາຍນອກ ດ້ວຍ​ຄວາມ​ແນ່ນອນ​ຂອງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ເພື່ອ​ສ້າງ​ໂອ​ກາດຈາກ​ຈີນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ໂລກ ແລະ ສ້າງ “ຜົນ​ປະ​ໂຫຍດ​ຈາກ​ຈີນ” ໃຫ້​ນັບ​ມື້ຫຼາຍກວ່າ​ເກົ່າ.