ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາສາສະໝັກຊາວໜຸ່ມລະດູແລ້ງສີແດງ ນະຄອນໂຮຈິມິນ ຈັດກິດຈະກຳກວດພະຍາດ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ຢູ່ບ້ານໃຫຍ່ອຸດົມ.

Jun 18, 2025

ຄະນະອາສາສະໝັກຊາວໜຸ່ມ ລະດູແລ້ງ ນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ຈັດກິດຈະກຳ ກວດພະຍາດ ແລະ ຈ່າຍຢາ ໂດຍບໍ່ໄດ້ເສຍຄ່າໃຫ້ປະຊາຊົນ ບ້ານ ໃຫຍ່ອຸດົມ ເມືອງໄຊເສດຖາ ແຂວງອັດຕະປື ໃນວັນທີ 14 ມິຖຸນາ 2025, ນໍາໂດຍສະຫາຍ ເລື່ອງສີເຍີນ ຮອງຫົວໜ້າຄະນະ ຊາວໜຸ່ມອາສາສະໝັກລະດູແລ້ງສີແດງ ນະຄອນໂຮຈິມິນ ພ້ອມດ້ວຍທີມງານ, ໂດຍໄດ້ຮັບການ ຕ້ອນຮັບຈາກຄະນະນໍາເມືອງໄຊເສດຖາ ແລະ ປະຊາຊົນບ້ານ ໃຫຍ່ອຸດົມ.
ການສ້າງກິດຈະກໍາດັ່ງກ່າວ ກໍ່ເພື່ອເປັນການສົ່ງເສີມການຮັກສາສຸຂະພາບໃຫ້ແກ່ປະຊາຊົນ ໃຫ້ໄດ້ເຂົ້າເຖິງການກວດສຸຂະພາບ ພ້ອມທັງແຈກຢາຍຢາໃຫ້ແຕ່ລະຄົນເພື່ອນຳໄປກິນຮັກສາສຸຂະພາບ, ການສ້າງກິດຈະກຳຄັ້ງນີ້ ແມ່ນມີຜູ້ ເຂົ້າຮ່ວມຮັບກວດພະຍາດ ແລະ ຮັບຢາທັງໝົດ 432 ຄົນ, ຍິງ 274 ຄົນ, ເດັກນ້ອຍ 98 ຄົນ, ຍິງ 58 ຄົນ. ນອກນັ້ນ, ທາງຄະນະອາສາໜັກຊາວໜຸ່ມ ຍັງໄດ້ມອບເຄື່ອງບັນເທົາທຸກໃຫ້ຄອບຄົວທຸກຍາກ ຈໍານວນ 50 ຖົງ ແລະ ມອບອຸປະກອນການຮຽນໃຫ້ນ້ອງນ້ອຍເຍົາວະຊົນ ຈໍານວນ 50 ຖົງ ພ້ອມການຈັດກິດຈະກຳແຕ້ມຮູບລະບາຍສີ, ຮ້ອງເພງ ແລະ ກິດຈະກຳອື່ນໆ ຮ່ວມກັບເຍົາວະຊົນຂອງເມືອງໄຊເສດຖາ.
ນອກນັ້ນ, ຍັງໄດ້ຈັດຝຶກອົບຮົມວຽກງານກະສິກຳ ໃຫ້ແກ່ປະຊາຊົນ ບ້ານໃຫຍ່ອຸດົມ ໃນຫົວຂໍ້: ວຽກງານປູກຝັງ ແລະ ການປິ່ນປົວສັດ ໂດຍມີຜູ້ເຂົ້າຮ່ວມໃນຝຶກອົບຮົມທັງໝົດ 46 ຄົນ, ຍິງ 24 ຄົນ, ເພື່ອເປັນການສົ່ງເສີມທັກສະ, ດ້ານຄວາມຮູ້, ຄວາມສາມາດດ້ານວິຊາການ ກ່ຽວກັບການປູກ, ການລ້ຽງ ແລະ ການປິ່ນປົວສັດໃຫ້ກັບປະຊາຊົນ ໃນເຂດດັ່ງກ່າວ ເພື່ອນໍາໄປໝູນໃຊ້ເຂົ້າໃນຕົວຈິງ ແລະ ໃນໂອກາດດັ່ງກ່າວ, ທາງຄະນະ ຊາວໜຸ່ມອາສາສະໝັກລະດູແລ້ງສີແດງ ນະຄອນໂຮ່ຈິມິນ ຍັງໄດ້ມອບແນວພັນພືດຈໍານວນໜຶ່ງ ໃຫ້ກັບປະຊາຊົນຜູ້ທີ່ເຂົ້າຮ່ວມຝຶກອົບຮົມຕື່ມອີກ.
ຂ່າວ: ແສງສຸວັນ ຄໍາພັກດີ.