ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງພູວົງ ຈະປູກພືດລະດູຝົນ ໃຫ້ໄດ້ 4.954 ກວ່າເຮັກຕາ.

Jun 18, 2025

ໃນລະດູຝົນປີ 2025 ນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູວົງ ແຂວງອັດຕະປື ຈະຊຸກຍູ້ສົ່ງເສີມຊາວກະສິກອນ ສຸມໃສ່ປູກພຶດສະບຽງອາຫານ ແລະ ພືດເປັນສິນຄ້າ ໃຫ້ໄດ້ 4.954 ກວ່າເຮັກຕາ, ໃນນີ້ ປູກເຂົ້ານາປີ ໃຫ້ໄດ້ 2.992 ເຮັກຕາ, ເນື້ອທີ່ທຽບໃສ່ປີຜ່ານມາ ເພີ່ມຂື້ນ 1,5%, ປະຈຸບັນການຕົກກ້າສໍາເລັດໄປແລ້ວ 80%, ໄຖຮຸດສໍາເລັດ 75%. ນອກນັ້ນ ຍັງມີການປູກເຂົ້າຢູເຂດເນີນສູງ ຈໍານວນ 100 ເຮັກຕາ, ປັດຈຸບັນສໍາເລັດການປູກໄປແລ້ວ 90 ເຮັກຕາ.
ເພື່ອຍົກສະມັດຕະພາບການຜະລິດ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ແນະນໍາໃຫ້ຊາວກະສິກອນ ນໍາໃຊ້ແນວພັນເຂົ້າປັບປຸງ ເປັນຕົ້ນ ເຂົ້າທ່າດອກຄໍາ, ເຂົ້າຈ້າວມະລິ, ເຂົ້າຈ້າວລະຄອນ ແລະ ເຂົ້າພັນພື້ນເມືອງອີກຈໍານວນໜຶ່ງ. ສ່ວນການປູກພືດທົ່ວໄປ ທົ່ວເມືອງມີແຜນປູກໃຫ້ໄດ້ 1.862 ເຮັກຕາ, ໂດຍເນັ້ນໃສ່ການປູກພືດກິນໝາກ, ພືດກິນໃບ, ພືດກິນຫົວ ແລະ ອື່ນໆ ລວມເນື້ອທີ່ 48 ເຮັກຕາ, ການປູກພືດເປັນສິນຄ້າ ປະເພດ: ມັນຕົ້ນ, ກ້ວຍ, ອ້ອຍ ແລະ ເຂົ້າ ລວມເນື້ອທີ່ 1.814 ເຮັກຕາ ປະຈຸບັນສໍາເລັດການປູກແລ້ວ 1.571 ກວ່າເຮັກຕາ.
ທ່ານ ວິໄລວັນ ພຸດທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພູວົງ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ແຜນການຜະລິດພືດລະດູຝົນ ທົ່ວເມືອງພູວົງ ບັນລຸຕາມແຜນການທີ່ວາງໄວ້ ທາງຄະນະນໍາຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ແຕ່ງຕັ້ງຄະນະນໍາ ແລະ ວິຊາການ ລົງປະຈໍາການແຕ່ລະເຂດການຜະລິດ ຢູ່ແຕ່ລະກຸ່ມບ້ານ, ເພື່ອຊຸກຍູ້ ພ້ອມທັງໃຫ້ຄໍາແນະນໍາດ້ານເຕັກນິກວິຊາການຂອງການຜະລິດໃຫ້ຊາວກະສິກອນ, ໄດ້ປະສານສົມທົບກັບຄະນະຫັນລົງກໍ່ສ້າງຮາກຖານແຕ່ລະກຸ່ມບ້ານ, ນາຍບ້ານ ແລະ ກຸ່ມການຜະລິດ ເພື່ອສະໜອງປັດໃຈການຜະລິດ ເປັນຕົ້ນ ແນວພັນພືດ, ອຸປະກອນຮັບໃຊ້ການຜະລິດ ແລະ ຢາປາບສັດຕູພືດ.
ທ່ານ ວິໄລວັນ ພຸດທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພູວົງ ຍັງໄດ້ຮຽກຮ້ອງເຖິງຊາວກະສິກອນທົ່ວເມືອງ ໃຫ້ສຸມໃສ່ການຜະລິດພືດລະດູຝົນ ໂດຍການກະກຽມເນື້ອທີ່, ກະກຽມແນວພັນ ແລະ ອຸປະກອນການຜະລິດ ພ້ອມທັງໃຫ້ເປັນເຈົ້າການກວດກາ ຕິດຕາມ ເຝົ່າລະວັງສັດຕູພືດ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບການຜະລິດ.
ຂ່າວ: ນັກຂ່າວແຂວງອັດຕະປຶ