ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງພະລັງງານ ແລະ ບໍ່ແຮ່ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ ແລະ ປະກາດພະນັກງານຂັ້ນສູນກາງຄຸ້ມຄອງອອກພັກການຮັບອູດໜູນບໍານານ

Jun 18, 2025

ສູນຂ່າວພະລັງງານ ແລະ ບໍ່ແຮ່ ລາຍງານວ່າ: ກອງປະຊຸມໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 16 ມິຖຸນາ 2025 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ,​ ເລຂາຄະນະບໍລິຫານງານພັກກະຊວງ,​ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.​
ທ່ານ ຈັນສະແຫວງ ບຸນຍົງ ກຳມະການຄະນະປະຈຳພັກ,​ ຮອງລັດຖະມົນຕີ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານພະລັງງານ ແລະ ບໍ່ແຮ່ ຕະຫລອດໄລຍະຜ່ານມາ.​
ຈາກນັ້ນ ທ່ານ ນາງ ແສງເດືອນ ວົງອິນ ກຳມະການຄະນະປະຈຳພັກກະຊວງ,​ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານບັນດານິຕິກຳຕ່າງໆຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ໃນນີ້ລວມມີນິຕິກຳກ່ຽວກັບການຮັບຮອງເອົາການຍົກຍ້າຍບຸກຄະລາກອນ ແລະ ກົງຈັກການຈັດຕັ້ງຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂຮມເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການອອກການຮັບອູດໜູນບຳນານຂອງພະນັກງານຂັ້ນສູນກາງນຳພາຈຳນວນ 10 ທ່ານ ໃນນີ້ປະກອບມີຂັ້ນຫົວໜ້າກົມຈຳນວນ 4 ທ່ານ ຄື:
1). ທ່ານ ສຸຂັນສັກ ສີສຸກ ກຳມະການຄະນະພັກກະຊວງ,​ ເລຂາໜ່ວຍພັກ,​ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ,
​2). ທ່ານ ບົວເທບ ມາໄລຄຳ ກຳມະການຄະນະພັກກະຊວງ,​ ເລຂາໜ່ວຍພັກ,​ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ,​
3) ທ່ານ ສົມພິດ ແກ້ວວິຈິດ ກຳມະການຄະນະພັກກະຊວງ,​ ເລຂາໜ່ວຍພັກ,​ ຫົວໜ້າກົມທຸລະກິດພະລັງງານ
4). ທ່ານ ຈັນໂທ ມີລັດຕະນະແພງ ກຳມະການຄະນະພັກກະຊວງ,​ ເລຂາໜ່ວຍພັກ,​ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ.​
ນອກຈາກນີ້ຍັງມີຂັ້ນຮອງຫົວໜ້າກົມຈຳນວນ 6 ທ່ານຄື:
1). ທ່ານ ນາງ ເລືອງ ພົມສຸວັນ ຮອງຫົວໜ້າກົມກວດກາ,​
2) ທ່ານ ປອ ວົງຄຳ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່,​
3). ທ່ານ ຫຸ້ມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ,​
4) ທ່ານ ທຳມະໜູນ ນາຄະວິດ ຮອງຫົວໜ້າກົມຄຸ້ມຄອງພະລັງງານ,​
5) ທ່ານ ວົງທອງ ທິມະຫາໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່
6) ທ່ານ ປອ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ.
ຕອນທ້າຍຂອງກອງປະຊຸມ ທ່ານ ລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ,​ ລັດຖະກອນທັງໝົດພາຍໃນກະຊວງ ໂດຍສະເພາະບັນດາ ທ່ານ ນອນໃນເປົ້າໝາຍອອກພັກການຮັບອູດໜູນບຳນານ ທີ່ໄດ້ອຸທິດເຫືອແຮງ,​ ສະຕິປັນຍາ ແລະ ຄວາມຮູ້,​ ຄວາມສາມາດຂອງຕົນ ເຂົ້າໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຕະຫລອດໄລຍະ 19 ປີທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການສ້າງຕັ້ງມາແຕ່ປີ 2006 ເປັນຕົ້ນມາ.​
ພ້ອມກັນນີ້ ທ່ານ ລັດຖະມົນຕີ ຍັງໄດ້ຊີນຳໃຫ້ ຄະນະພັກ, ​ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ,​ ລັດຖະກອນຂອງຕົນຮັບຮູ້, ​ເຂົ້າໃຈຢ່າງເລິກເຊິ່ງຕໍ່ນະໂຍບາຍຂອງພັກ,​ ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແລະ ພ້ອມກັນປະຕິບັດໜ້າທີ່ອັນໃໝ່ໃຫ້ມີຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ.