ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ອາຊຽນ ຫາລື ສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ

Jun 18, 2025

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ ໂດຍການເປັນປະທານ ຂອງ ທ່ານ ສຸລິສັກ ສຸພັນທອງ ຮອງສະຖາບັນພັດທະນາສີມືແຮງງານ, ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ເນັ້ນໃສ່ຄວາມສຳຄັນຂອງການສືບຕໍ່ຄວາມພະຍາຍາມ ໃນການສ້າງແຜນປະຕິບັດງານ, ແຜນງານໃນລະຫວ່າງ ປີ 2018-2025 ເຊິ່ງແຜນປະຕິບັດງານກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິແຮງງານເຄື່ອນຍ້າຍ ແຕ່ 2018-2025 ໄດ້ກຳນົດບັນດາກິດຈະກຳ ແລະ ບຸລິມະສິດທີ່ສຳຄັນ ເພື່ອສົ່ງເສີມສິດທິ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍໃນພາກພື້ນ. ຜົນສຳເລັດດັ່ງກ່າວ, ແມ່ນຄວາມຄືບໜ້າໃນການພັດທະນານະໂຍບາຍ, ກົນໄກຕ່າງໆ ແລະ ການແບ່ງປັນຂໍ້ມູນ ເພື່ອປົກປ້ອງ ແລະ ປັບປຸງສະຫວັດດີການຂອງແຮງງານເຫລົ່ານີ້.
ກອງປະຊຸມຄັ້ງນີ້, ຍັງເປັນເວທີສຳຄັນສຳລັບການສົນທະນາຢ່າງເປີດກວ້າງ ແລະ ແລກປ່ຽນບົດຮຽນ ພາຍໃນອາຊຽນເທົ່ານັ້ນ ແຕ່ຍັງລວມເຖິງພາກພື້ນອື່ນໆອີກດ້ວຍ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປະເມີນຜົນສຳເລັດທີ່ຜ່ານມາ ແລະ ກໍານົດບຸລິມະສິດ, ທິດທາງສຳລັບໄລຍະຕໍ່ໜ້າ ຂອງແຜນການປະຕິບັດງານ ປີ 2025.