ພິທີເປີດບັ້ນສອບເສັງ ຈົບຊັ້ນມ7 ທົ່ວເມືອງວິລະບູລີ ປະຈຳສົກຮຽນ 2024-2025 ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ ຢູ່ທີ່ສູນສອບເສັງ ມສ ພູຄໍາ ໃຫ້ກຽດເປັນປະທານຂອງທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ, ທ່ານສີພະຈັນ ກອງທອງມາ ກໍາມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານດວງໃຈ ສີຈັນທອງທິບ ວ່າການຫົວໜ້າຂະແໜງ ກສນ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະຮັບຜິດຊອບປະຈຳສູນສອບເສັງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ(ນັກສອບເສັງ)ເຂົ້າຮ່ວມ.
ໃນການສອບເສັງຈົບຊັ້ນມ7 ທົ່ວເມືອງປີນີ້ ທາງຄະນະກໍາມະການສອບເສັງຂັ້ນເມືອງ ແມ່ນໄດ້ຈັດແບ່ງການສອບເສັງອອກເປັນ 1 ສູນສອບເສັງ ຄື : ສູນສອບເສັງ ມສ ພູຄໍາ. ມີນັກສອບເສັງມາຈາກໂຮງຮຽນມັດທະຍົມສົມບູນໃນທົ່ວເມືອງຈໍານວນ 5 ແຫ່ງຄື: ໂຮງຮຽນມັດທະຍົມສົມບູນພູຄໍາ, ໂຮງຮຽນ ມສ ເມືອງວັງ, ໂຮງຮຽນ ມສ ນໍ້າມະຮີ, ໂຮງຮຽນ ມສ ໂພນສະຫວາງ ແລະ ໂຮງຮຽນ ມສ ນາເມືອງແສນ. ມີນັກສອບເສັງ ໃນທົ່ວເມືອງທັງໝົດ 215 ຄົນ, ຍິງ 111 ຄົນ, ມີຫ້ອງສອບເສັງ 11 ຫ້ອງ, ເຊິ່ງໄດ້ສອບເສັງ ໃນ 5 ວິຊາຄື : ວິຊາພາສາລາວ – ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາວິທະຍາສາດທໍາມະຊາດ, ວິຊາ ຄະນິດສາດ, ແລະ ວິຊາພາສາອັງກິດ. ການສອບເສັງໃນຄັ້ງນີ້ເລີ່ມແຕ່ວັນທີ 18-20 ມິຖຸນາ 2025 ແມ່ນສໍາເລັດຕາມຄາດໝາຍ ແລະໃນໂອກາດດຽວກັນນີ້ ທ່ານວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ ຍັງໄດ້ເນັ້ນໜັກໃຫ້ ນັກສອບທຸກຄົນສຸມຈິດໃຈເອົາໃຈໃສ່ຕໍ່ການສອບເສັງຄັ້ງນີ້ ສືບຕໍ່ເຂົ້າສຶກສາຮຽນວິຊາຊີບເພື່ອເປັນການພັດທະນາຊັບພະຍາກອນມະນຸດ ເຂົ້າໃນໜ້າວຽກງານທີ່ສັງຄົມກໍາລັງຕ້ອງການ, ສ່ວນຄະນະກໍາມະການຄວບຄຸມຫ້ອງສອບເສັງ ໃຫ້ປະຕິບັດຕາມກົດລະບຽບໃນການສອບເສັງຢ່າງເຂັ້ມງວດພ້ອມກັນ ເອົາໃຈໃສ່ຕິດຕາມກວດກາການສອບເສັງ ເພື່ອເຮັດໃຫ້ບັ້ນສອບເສັງຈົບຈົບຊັ້ນມັດທະຍົມຕອນປາຍທົ່ວເມືອງໃນຄັ້ງນີ້ ໃຫ້ໄດ້ຮັບປະກັນໄດ້ດ້ານຄຸນນະພາບ. ຈາກນັ້ນປະທານ ແລະ ຄະນະຮັບຜິດຊອບປະຈຳສູນສອບເສັງ ພ້ອມດ້ວຍຄູອາຈານກໍ່ໄດ້ຮ່ວມກັນເປີດຫົວບົດສອບເສັງຢ່າງເປັນທາງການ.






