ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ ຂັ້ນ ມ7 ທົ່ວເມືອງຫົງສາ.

Jun 18, 2025

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2025ນີ້, ເມືອງຫົງສາໄດ້ເລີ່ມເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍຂັ້ນ ມ7 ປະຈໍາສົກຮຽນປີ 2024-2025, ໂດຍຈັດຂຶ້ນຢູ່ສູນດຽວຄື: ສູນສອບເສັງໂຮງຮຽນ ມສ ຫົງສາ ໂດຍມີນ້ອງນັກຮຽນມາຈາກໂຮງຮຽນ ມສ 5 ແຫ່ງປະກອບມີ: ມສ ຫົງສາ, ມສ ບ້ານເມືອງຫານ, ມສ ນາປຸ່ງ, ມສ ພູແລ້ງ ແລະ ມສ ຄົກແອກ, ມີ 11 ຫ້ອງສອບເສັງ, ມີນັກສອບເສັງທັງໝົດ 193 ຄົນ, ຍິງ 91 ຄົນ( ໃນນັ້ນ ສໍາມະເນນ 5 ອົງ ). ວັນທີສອບເສັງແມ່ນເອກະພາບທົ່ວປະເທດ ວັນທີ 18 – 20 ມິຖຸນາ 2025 ເຊິ່ງມີ 5 ກຸ່ມວິຊາຄື: ພາສາລາວ – ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ຄະນິດສາດ ແລະ ພາສາອັງກິດ. ປະກອບມີກໍາມະການຄວບຄຸມຫ້ອງສອບເສັງຈໍານວນ 22 ທ່ານ, ຍິງ 11 ທ່ານ. ໂດຍໃຫ້ກຽດເຂົ້າຮ່ວມເປີດຫົວບົດສອບເສັງຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີທ່ານ ແຫຼ້ ອ່ອນສົມບູນ ຮັກສາການເຈົ້າເມືອງ, ທ່ານບຸນທະວີ ໂສພາ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີຮອງເຈົ້າເມືອງ, ຄະນະຮັບຜິດຊອບຂັ້ນເມືອງ ແລະ ນ້ອງນັກສອບເສັງເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ຮອງເຈົ້າແຂວງໄຊຍະບູລີ ຍັງໄດ້ເນັ້ນໜັກໃຫ້ ຄະນະຮັບຜິດຊອບຂັ້ນເມືອງ ພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບຂອງການສອບເສັງວາງອອກຢ່າງເຂັ້ມງວດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການສອບເສັງຄັ້ງນີ້ມີຜົນສຳເລັດໂດຍດີ, ທ່ານຍັງໄດ້ໃຫ້ກຳລັງໃຈແກ່ນ້ອງນັກສອບເສັງໃຫ້ເອົາໃຈໃສ່ຕໍ່ການສອບເສັງຄັ້ງນີ້ໃຫ້ໄດ້ຄະແນນທີ່ດີທຸກຄົນ, ພ້ອມດຽວກັນນີ້ ທ່ານຍັງໄດ້ຊີ້ນຳວຽກງານສຶກສາທິການ ແລະ ກິລາຢູ່ພາຍໃນເມືອງຫົງສາຕື່ມອີກ.
ຂ່າວ-ພາບ: ຖວທ ຫົງສາ