ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສົກຮຽນ 2024-2025.

Jun 18, 2025

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2025, ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ.7) ປະຈຳສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງອຸດົມໄຊ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ. ພ້ອມນີ້, ຍັງມີ ທ່ານ ສົມສັກ ສຸພິໄລ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີບັນດາຄະນະກຳມະການຍາມຫ້ອງສອບເສັງ, ຄູ-ອາຈານ ແລະ ບັນດານ້ອງນັກຮຽນຊັ້ນ ມ.7 ຈາກໂຮງຮຽນ ມສ ຊົນເຜົ່າ, ມສ ເທດສະບານແຂວງ, ມສ ບ້ານບໍ່, ມສ ມິດຕະພາບ, ມສ ກໍນ້ອຍ ແລະ ມສ ເພື່ອນມິດ ລວມທັງໝົດ 384 ຄົນ ຍີງ 171 ຄົນ ເຂົ້າຮ່ວມ.
ໃນພິທີ, ທ່ານ ອ່ອນແກ້ວ ອຸ່ນອາລົມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສອບເສັງໃນຄັ້ງນີ້ ເຊິ່ງເປັນການວັດແທກຄວາມຮູ້ຄວາມສາມາດທີ່ໄດ້ສຶກສາຮ່ຳຮຽນມາຕະຫຼອດໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກພາກສ່ວນ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບການທີ່ວາງອອກ.
ບັ້ນສອບເສັງຈົບຊັ້ນ ມ.7 ໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາທັງໝົດ 3 ວັນ, ນັບແຕ່ວັນທີ 18 ຫາ 20 ມິຖຸນາ 2025 ຈຶ່ງຈະສຳເລັດ. ໂດຍມີ ວິຊສອບເສັງຄື ພາສາລາວ-ວັນນະຄະດີ, ກຸ່ມວິຊາ ວິທະຍາສາດສັງຄົມ, ກຸ່ມວິຊາ ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ພາບ-ຂ່າວ : ແສງອາທິດ