ວັນທີ 17 ມິຖຸນາ 2025 ທີ່ຫໍວັດທະນະທໍາ ຫຼັກ 7 ແຂວງຈຳປາສັກ ຮ່ວມກັບ ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມີຖຸນາ ປະຈໍາປີ 2025 ໂດຍເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ປະທານກິດຕິມະສັກ ອົງການກາແດງແຂວງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ເວລາໃດ ພັກ-ລັດຖະບານລາວ ນັບແຕ່ຂັ້ນສູນກາງ ຮອດທ້ອງຖີ່ນ ກໍໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ ສໍາລັບຄໍາຂວັນ ຂອງວັນຜູ້ບໍລິຈາກເລືອດໂລກປີນີ້ ໄດ້ຖືກກຳນົດຂຶ້ນ ຢ່າງມີຄວາມເປັນເອກະພາບໃນທົ່ວທຸກມຸມໂລກ ແລະ ມີຄວາມໝາຍວ່າ: “21 ປີ ແຫ່ງການສະເຫຼີມສະຫຼອງການໃຫ້ ໃຫ້ເລືອດ ໃຫ້ຊີວິດ ຂອບໃຈຜູ້ບໍລິຈາກເລືອດທຸກທ່ານ” (21 years of celebrating giving: thank you, blood donors! 14 June 2025).
ການຈັດງານຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຮ່ວມກັບປະຊາຄົມໂລກໃຫ້ເປັນຂະບວນການທີ່ຟົດຟຶ້້ນ ເປັນການສະແດງເຖີງຄວາມຮູ້ບຸນຄຸນ ຂອບອົກຂອບໃຈແກ່ຜູ້ບໍລິຈາກເລືອດທີ່ໄດ້ຊ່ວຍຊີວິດຂອງຄົນເຈັບ ເພື່ອປູກຈິດສໍານຶກ ການໂຄສະນາປຸກລະດົມໃຫ້ສັງຄົມ ມວນຊົນທຸກຊັ້ນຄົນໃຫ້ປະກອບສວ່ນເຂົ້າໃນການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສີ່ງຕອບແທນໃຫ້ຫຼາຍຂຶ້ນ ແລະ ມີເລືອດສໍາຮອງໄວ້ໃນການຕອບສະໜອງແກ່ຄົນເຈັບໃຫ້ພຽງພໍ ປອດໄພ ແລະ ທັນເວລາ ຈາກນັ້ນ ໃນພິທີຍັງໄດ້ມີການອະທິບາຍຄຸນປະໂຫຍດ ແລະ ຄວາມສຳຄັນຂອງເລືອດຕໍ່ຮ່າງກາຍຂອງຄົນເຮົາ ປັດຈຸບັນໃນໂລກບໍ່ທັນມີໂຮງງານຜະລິດເລືອດໄດ້ ມີແຕ່ການໃຫ້ຈາກຄົນສູ່ຄົນເທົ່ານັ້ນ ໃນພິທີຍັງມີການສະແດງສິລະປະວັນນະຄະດີ ເຊັ່ນ: ລໍາສີພັນດອນ ລະຄອນເວທີ ທີ່ມີເນື້ອໃນສ່ອງແສງເຖິງຜົນດີໃນການບໍລິຈາກເລືອດ ໄປພ້ອມໆກັບການຮັບບໍລິຈາກເລືອດ ໂດຍມີບຸກຄົນ ແລະ ການຈັດຕັ້ງເຂົ້າຮ່ວມທັງໝົດ 810 ຄົນ ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 170 ຄົນ ຍິງ 63 ຄົນ ສາມາດບໍລິຈາກເລືອດຕົວຈິງໄດ້ 111 ຄົນ ຍິງ 35 ຄົນ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ






