ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວແຂວງຫຼວງພະບາງ ມີນັກຮຽນ 2.400 ກວ່າຄົນ ສອບເສັງຈົບຊັ້ນ ມ7

Jun 18, 2025

ເພື່ອເປັນເອກະພາບໃນການສອບເສັງ ຈົບຊັ້ນມັດທະຍົມຕົ້ນ (ມ7) ໃນທົ່ວປະເທດ, ພະແນກສຶກສາທິການ ແລະກິລາແຂວງຫຼວງພະບາງ ກໍໄດ້ເປີດການສອບເສັງ ຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ 2025 ໃຫ້ກຽດຮ່ວມເປີດຫົວບົດ ມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ມີແຂກຖືກເຊີນ, ຮອງເຈົ້ານະຄອນ, ຫົວໜ້າຫ້ອງການສຶກສານະຄອນ, ຄູ-ອາຈານ ແລະ ນັກຮຽນຊັ້ນ ມ7 ເຂົ້າຮ່ວມ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກ່າວວ່າ: ໃນສົກ 2024-2025 ທົ່ວແຂວງຫຼວງພະບາງ ມີໂຮງຮຽນມັດທະຍົມສົມບູນ ທັງໝົດ 44 ແຫ່ງ, ໃນນີ້ ພາກເອກະຊົນ 2 ແຫ່ງ, ມີ ນັກຮຽນ ຊັ້ນມ7 ທີ່ມີເງື່ອນໄຂສອບເສັງທັງໝົດ 2,491 ຄົນ, ຍິງ 1,052 ຄົນ, ມີສູນສອບເສັງທັງໝົດ 29 ສູນ, ມີຈໍານວນຫ້ອງສອບເສັງທັງໝົດ 123 ຫ້ອງ.
ສຳລັບໃນເທດສະບານ ນະຄອນຫຼວງພະບາງ ໄດ້ຈັດເປັນສູນດຽວ ໂດຍກຳນົດເອົາໂຮງຮຽນມັດທະຍົມສົມບູນສັນຕິພາບ ເປັນສູນສອບເສັງ ມີ 10 ໂຮງຮຽນ, ມີນັກສອບເສັງທັງໝົດ 974 ຄົນ. ໃນນີ້ມີນັກຮຽນຫ້ອງສອງພາສາ(ລາວ-ຝຣັ່ງ)ຈາກມັດທະຍົມສົມບູນປະຊາທິປະໄຕ 66 ຄົນ, ຍິງ 36 ຄົນ, ການສອບເສັງຈະໄດ້ດຳເນີນເປັນເວລາ 3 ວັນ(18-20 ມິຖຸນາ 2025), ມີວິຊາສອບເສັງທັງໝົດ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ກຸ່ມວິຊາວິທະຍາສາດທຳມະຊາດ(ຟີຊີກສາດ, ເຄມີສາດ ແລະຊີວະວິທະຍາ), ກຸ່ມວິຊາ ວິທະຍາສາດ-ສັງຄົມ(ພູມສາດ, ປະຫວັດສາດ ແລະສຶກສາພົນລະເມືອງ) ແລະວິຊາ ພາສາອັງກິດ.
ຈາກນັ້ນ ທ່ານ ບຸນເລື່ອມ ມະນີວົງ ກໍ່ໃຫ້ກຽດກ່າວເປີດ ແລະ ຕັດຊອງຫົວບົດສອບເສັງວິຊາທຳອິດຄື ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ7 ທົ່ວແຂວງລວງພະບາງ ຂຶ້ນຢ່າງເປັນທາງການ.