ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມບົດບັນທຶກເຈດຈໍານົງ ວ່າດ້ວຍການສ້າງສາຍພົວພັນມິດຕະພາບ

Jun 19, 2025

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ເພື່ອປະຕິບັດຕາມຄວາມເຫັນດີເປັນເອກະພາບກັນຂອງການນໍາທັງສອງຝ່າຍ ໃຫ້ບັນລຸຜົນເປັນຈິງ, ເພີ່ມທະວີ ແລະ ເສີມຂະຫຍາຍຄວາມເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນ ສອງຊາດ ລາວ-ຈີນ, ຮັດແໜ້ນ ແລະ ພັດທະນາ ການຮ່ວມມືທີ່ເປັນມິດຕະພາບ ລະຫວ່າງ ສອງແຂວງ. ໂດຍຜ່ານການປຶກສາຫາລືກັນດ້ວຍຄວາມເປັນມິດຕະພາບ, ສອງຝ່າຍໄດ້ບັນລຸຕາມເຈດຈຳນົງ ວ່າດ້ວຍການສ້າງຕັ້ງສາຍພົວພັນແຂວງມິດຕະພາບຄື: ຍິນດີເພີ່ມທະວີການແລກປ່ຽນ ການຮ່ວມມືທີ່ເປັນມິດຕະພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສົ່ງເສີມໂຄງການຮ່ວມມືທີ່ມີຜົນປະໂຫຍດຕໍ່ການພັດທະນາຂອງທັງສອງຝ່າຍ. ຍຶດໝັ້ນຫຼັກການຄວາມສະເໝີພາບ, ສົ່ງເສີມການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງຝ່າຍໃນຂົງເຂດຊັບພະຍາກອນແຮ່ທາດ, ການສຶກສາ, ເຕັກໂນໂລຊິກະສິກຳ, ເສດຖະກິດ-ການຄ້າ, ການທ່ອງທ່ຽວ, ການຜະລິດເກືອໂປຕາສຊ່ຽມ ແລະ ອື່ນໆ. ເພື່ອສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຮັກສາການຕິດຕໍ່ພົວພັນ ແລະ ປຶກສາຫາລືກັນໃນໄລຍະຍາວ, ເພີ່ມທະວີການຢ້ຽມຢາມ ແລກປ່ຽນບົດຮຽນ ລະຫວ່າງ ບຸກຄະລາກອນຂອງທັງສອງຝ່າຍ ແລະ ສົ່ງເສີມການຮ່ວມ ມືໃນຂົງເຂດຕ່າງໆ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ການນໍາທັງສອງແຂວງ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ລວມທັງທ່າແຮງ ພື້ນຖານໃນການພັດທະນາເສດຖະກິດຂອງແຕ່ລະແຂວງ ໃຫ້ແກ່ກັນ ແລະ ກັນ ໄດ້ຮັບຮູ້, ທັງໄດ້ສະເໜີເງື່ອນໄຂ ທ່າແຮງທາງດ້ານ ຊັບພະຍາກອນ ເພື່ອຊຸກຍຸ້ສົ່ງເສີມດ້ານການລົງທຶນຮ່ວມກັນ ລະຫວ່າງ ສອງແຂວງໃນຕໍ່ໜ້າ ຢ່າງມີຈຸດສຸມ.