ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງສະຫວັນນະເຂດ ລົງຊີ້ນຳການຮັບມືນ້ຳຖ້ວມ ພ້ອມມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງຊົນນະບູລີ

Jun 19, 2025

ໃນວັນທີ 17 ມິຖຸນາ 2025, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຈາກອິດທິພົນຂອງລົມພາຍຸວຸທິບຢູ່ບ້ານເມືອງໂຮງ ເມືອງຊົນນະບູລີ.
ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ຮັບຟັງການລາຍງານສະພາບນໍ້າຖ້ວມ ຈາກຄະນະນໍາຂອງເມືອງ ເຊິ່ງໃຫ້ຮູ້ວ່າ: ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼັງຄາເຮືອນ ມີຈໍານວນ 5 ບ້ານຄື: ບ້ານທ່າຄໍາເຫຼື້ອມ, ບ້ານນາຈານໃຫຍ່, ບ້ານກອງປະທຸມວັນ, ບ້ານດອນຍາໂນງ ແລະບ້ານເມືອງໂຮງ, ມີ 585 ຄອບຄົວ, ມີພົນລະເມືອງ 3,324 ຄົນ, ຍິງ 1,748 ຄົນ, ເນື້ອທີ່ນາປີທີ່ໄດ້ຮັບຜົນກະທົບເບື້ອງຕົ້ນຈໍານວນ 30 ບ້ານ, ເນື້ອທີ່ນາຖືກກະທົບ(ນໍ້າຖ້ວມນາຫວ່ານ) 6,573.76 ເຮັກຕາ, ຖ້ວມກ້າ(ແນວພັນ) 52 ໂຕນ, ຄອບຄົວໄດ້ຮັບຜົນກະທົບ 4,684 ຄອບຄົວ; ເສັ້ນທາງຫຼາຍເສັ້ນຖືກຖ້ວມ ບໍ່ສາມາດສັນຈອນໄປມາດ້ວຍລົດ ຕ້ອງໄດ້ໃຊ້ເຮືອໃນການຂົນສົ່ງ ລວມມີ: ເສັ້ນທາງເຂົ້າບ້ານດົງບູນ, ເສັ້ນທາງໂຄກຫົວຊ້າງ ຫາ ບ້ານທ່າຄໍາເຫຼື້ອມ, ເສັ້ນທາງແຕ່ດົງຫວາຍ ຫາໜອງຜື, ເສັ້ນທາງບ້ານເຂົ້າຫາບ້ານດອນຍາໂນງ ໃນຊ່ວງທົ່ງນາບ້ານທ່າຄຳເຫຼື້ອມ, ເສັ້ນທາງບ້ານໜອງສອງຫ້ອງ ຫາບ້ານເມືອງໂຮງ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະພັກ-ອົງການປົກຄອງເມືອງ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງລະດັບນ້້າເຊບັ້ງຫຽງ, ເຊຊັງຊອຍ ພ້ອມທັງກະກຽມເຮືອ, ເສື້ອຊູຊີບ ແລະກຳນົດຈຸດເຄື່ອນຍ້າຍປະຊາຊົນ, ສັດລ້ຽງ ແລະເຄື່ອງເຮືອນໃຫ້ທັນສະພາບການ ແລະແຜນການຮັບມືອື່ນໆອີກ, ພາຍຫຼັງນ້ຳບົກແຫ້ງແລ້ວ ມອບໃຫ້ຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງ ສະໜອງແນວພັນເຂົ້າ, ແນວພັນອື່ນໆ ແລະເກັບກຳຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນແຂວງໄດ້ຮັບຊາບ.
ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 71.3 ລ້ານກີບ ໃຫ້ອໍານາດການປົກຄອງເມືອງ ແລະບ້ານເມືອງໂຮງ ເພື່ອນໍາໄປແຈກຢາຍໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບ, ຈາກນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍ່ໄດ້ມອບແນວພັນເຂົ້າຈໍານວນ 10 ເປົາ ໃຫ້ເມືອງເພື່ອນໍາໄປແຈກຢາຍໃຫ້ກັບບ້ານທີ່ໄດ້ຮັບຜົນກະທົບຕື່ມອີກ.
ຂ່າວ: ສະຫວັນພັດທະນາ